ພາສາລາວ

ທ່ານຕີ່ງເຊ່ສຽງ ເດີນທາງໄປຣັດເຊຍເພື່ອເຂົ້າຮ່ວມກອງປະຊຸມກົນໄກສອງຝ່າຍຈີນ-ຣັດເຊຍ ແລະ ພິທີໄຂເວທີເປິກສາຫາລືການຄ້າພະລັງງານຈີນ-ຣັດເຊຍຄັ້ງທີ 6

cri2024-07-25 16:38:14
Share
Share this with Close
Messenger Pinterest LinkedIn

ລະຫວ່າງວັນທີ 21 ຫາ 23 ກໍລະກົດນີ້, ທ່ານຕີ່ງເຊ່ສຽງ ກຳມະການປະຈຳກົມການເມືອງສູນກາງພັກຄອມມູນິດຈີນ ຮອງນາຍົກລັດຖະມົນຕີຈີນໄດ້ເດີນທາງໄປຢ້ຽມຢາມຣັດເຊຍ, ຮ່ວມກັບທ່ານມັນຕູຣົຟ ຮອງນາຍົກລັດຖະມົນຕີຣັດເຊຍຜູ້ທີໜຶ່ງເປັນປະທານກອງປະຊຸມຄັ້ງທີ 11 ຂອງຄະນະກຳມະການຮ່ວມມືດ້ານການລົງທຶນຈີນ-ຣັດເຊຍ, ຮ່ວມກັບທ່ານອາເລັກຊັນເດີ ໂນວັກ ຮອງນາຍົກລັດຖະມົນຕີຣັດເຊຍເປັນປະທານກອງປະຊຸມຄັ້ງທີ 21 ຂອງຄະນະກຳມະການຮ່ວມມືດ້ານພະລັງງານຈີນ-ຣັດເຊຍ, ແລະ ເຂົ້າຮ່ວມພິທີໄຂເວທີເປິກສາຫາລືການຄ້າພະລັງງານຈີນ-ຣັດເຊຍຄັ້ງທີ 6, ອ່ານສານຊົມເຊີຍຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ກ່າວປາໄສ.

ໃນເວລາເຂົ້າຮ່ວມກອງປະຊຸມກົນໄກສອງຝ່າຍດ້ານພະລັງງານ, ສອງຝ່າຍໄດ້ພ້ອມກັນເຫັນດີຈະເລັ່ງລັດຊຸກຍູ້ການຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນຂອງກອງປະຊຸມໃຫ້ເປັນຮູບປະທຳ, ເພື່ອສະສົມຜົນງານໃຫ້ແກ່ການພົບປະກັນເປັນປະຈຳຄັ້ງທີ 29 ລະຫວ່າງນາຍົກລັດຖະມົນຕີສອງປະເທດທີ່ຈະຈັດຂຶ້ນໃນປີນີ້.

ຫຼັງຈາກກອງປະຊຸມສິ້ນສຸດລົງ, ທ່ານຕີ່ງເຊ່ສຽງຕ່າງໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈຂອງກອງປະຊຸມກັບທ່ານມັນຕູຣົຟ ແລະ ທ່ານອາເລັກຊັນເດີ ໂນວັກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

ແບ້ກາຍເປັນ “ພະນັກງານຕັດຫຍ້າ”, ການຄຸ້ມຄອງສວນຊາດ້ວຍເຕັກນິກດີຈີຕອນໄດ້ຍົກສູງຄຸນນະພາບ ແລະ ຫຼຸດຜ່ອນຕົ້ນທຶນ

ລົດຕູ້ຄອນເທັນເນີທີ່ບັນທຸກອຸປະກອນການຖ່າຍທອດສົດງານກິລາໂອລິມປິກປາຣີຂອງ CMG ໄດ້ປາກົດຕົວຢູ່ນະຄອນຫຼວງປາຣີ

ທ່ານສີຈິ້ນຜິງນຳພາການປະຕິຮູບແລະເປີດປະຕູສູ່ພາຍນອກໃນຍຸກໃໝ່

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ຂ້ອຍພັກຢູ່ເຮືອນວີລາທະເລຈີນໃຕ້

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ແຮງງານປູກຕົ້ນໄມ້ຢູ່ຊານຊາ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn