ພາສາລາວ

ກອງປະຊຸມລະດັບລັດຖະມົນຕີຂອງກຸ່ມ G20 ຮັບຮອງຍັດຕິກ່ຽວກັບການສ້າງຕັ້ງສະຫະພັນຕ້ານໄພອຶດຫິວ ແລະ ຄວາມທຸກຍາກໂລກ

CRI2024-07-25 11:13:41
Share
Share this with Close
Messenger Pinterest LinkedIn

ວັນທີ 24 ກໍລະກົດນີ້ຢູ່ນະຄອນຣີໂອເດີຈາເນໂຣຂອງເບຣຊິນ, ກອງປະຊຸມລະດັບລັດຖະມົນຕີໜ່ວຍງານການເຄື່ອນໄຫວຂອງກຸ່ມ G20 ໄດ້ເປັນເອກະພາບກັນຮັບຮອງຍັດຕິກ່ຽວກັບການສ້າງຕັ້ງສະຫະພັນຕ້ານໄພອຶດຫິວ ແລະ ຄວາມທຸກຍາກໂລກ ທີ່ສະເໜີຕໍ່ກອງປະຊຸມສຸດຍອດກຸ່ມ G20 ຄັ້ງນີ້. ທ່ານ ລູອິສ ອິນາຊີໂອ ລູລາ ດາ ຊິນວາ ປະທານາທິບໍດີເບຣຊິນ ທີ່ເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດກຸ່ມ G20 ຄັ້ງນີ້ໄດ້ເຂົ້າຮ່ວມພິທີກຽມຄວາມພ້ອມເພື່ອເປີດສະຫະພັນຕ້ານໄພອຶດຫິວ ແລະ ຄວາມທຸກຍາກໂລກທີ່ຈັດຂຶ້ນໃນມື້ດຽວກັນ ແລະ ກ່າວຄໍາປາໄສ.

ອີງຕາມການສະເໜີຂອງທ່ານ ລູລາ ດາ ຊິນວາ, ການລຶບລ້າງໄພອຶດຫິວ ແລະ ຄວາມທຸກຍາກເປັນໜຶ່ງໃນສາມໜ້າທີ່ໃຈກາງຂອງເບຣຊິນໃນໄລຍະຮັບໜ້າທີ່ເປັນປະເທດປະທານໝູນວຽນຂອງກຸ່ມ G20. ສ່ວນອີກສອງໜ້າທີ່ໃຈກາງນັ້ນແມ່ນການປຸກລະດົມໃຫ້ທົ່ວໂລກຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການປະຕິຮູບການບໍລິຫານໂລກ. ໃນມື້ດຽວກັນ, ອົງການອາຫານ ແລະ ການກະເສດຂອງສະຫະປະຊາຊາດ ຫຼື FAO ໄດ້ເຜີຍແຜ່ “ບົດລາຍງານສະພາບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ໂພຊະນາການໂລກ 2024”ກ່ອນຈັດກອງປະຊຸມລະດັບລັດຖະມົນຕີຄັ້ງນີ້ ເຊິ່ງເປັນເທື່ອທໍາອິດທີ່ອົງການ FAO ເຜີຍແຜ່ບົດລາຍງານສະບັບດັ່ງກ່າວຢູ່ນອກນະຄອນຫຼວງໂຣມ ແລະ ນະຄອນນິວຢອກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

ແບ້ກາຍເປັນ “ພະນັກງານຕັດຫຍ້າ”, ການຄຸ້ມຄອງສວນຊາດ້ວຍເຕັກນິກດີຈີຕອນໄດ້ຍົກສູງຄຸນນະພາບ ແລະ ຫຼຸດຜ່ອນຕົ້ນທຶນ

ລົດຕູ້ຄອນເທັນເນີທີ່ບັນທຸກອຸປະກອນການຖ່າຍທອດສົດງານກິລາໂອລິມປິກປາຣີຂອງ CMG ໄດ້ປາກົດຕົວຢູ່ນະຄອນຫຼວງປາຣີ

ທ່ານສີຈິ້ນຜິງນຳພາການປະຕິຮູບແລະເປີດປະຕູສູ່ພາຍນອກໃນຍຸກໃໝ່

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ຂ້ອຍພັກຢູ່ເຮືອນວີລາທະເລຈີນໃຕ້

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ແຮງງານປູກຕົ້ນໄມ້ຢູ່ຊານຊາ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn