ພາສາລາວ

ຜູ້ຕອບແບບສອບຖາມໃນທົ່ວໂລກຫຼາຍກວ່າ 92% ຍ້ອງຍໍຊົມເຊີນຈີນທີ່ຊຸກຍູ້ຄວາມປອງດອງກັນລະຫວ່າງຝ່າຍຕ່າງໆຂອງປາແລັດສະຕິນ

cri2024-07-25 10:37:13
Share
Share this with Close
Messenger Pinterest LinkedIn

ຫວ່າງມໍ່ໆມານີ້, ຝ່າຍຕ່າງໆຂອງປາແລັດສະຕິນໄດ້ບັນລຸຄວາມປອງດອງກັນແລະລົງນາມໃນ “ຖະແຫຼງການປັກກິ່ງ”. ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ໄດ້ສຳຫຼວດຄວາມເຫັນຂອງຊາວອິນເຕີເນັດທົ່ວໂລກ ໂດຍສະແດງໃຫ້ເຫັນວ່າ: ມີຜູ້ຕອບແບບສອບຖາມ 92,81% ໄດ້ຍ້ອງຍໍຊົມເຊີຍເປັນຢ່າງສູງຕໍ່ຈີນທີ່ໄດ້ສຸມຄວາມພະຍາຍາມເພື່ອສະໜັບສະໜູນສິດຂອງປະຊາຊົນປາແລັດສະຕິນ, ສິ້ນສຸດການແບ່ງແຍກກັນ ແລະ ເຕົ້າໂຮມຫຼັກໝັ້ນຂອງຝ່າຍຕ່າງໆໃນປາແລັດສະຕິນໃຫ້ເປັນເອກະພາບກັນ, ເຂົາເຈົ້າເຫັນວ່າ: ຈີນເປັນຕົວແບບໃໝ່ແຫ່ງການແກ້ໄຂຄວາມຂັດແຍ້ງກັນໂດຍຜ່ານການສົນທະນາແລະເປິກສາຫາລືກັນ.

ໃນການສຳຫຼວດຄວາມເຫັນຄັ້ງນີ້, ມີຜູ້ຕອບແບບສອບຖາມ 91,63% ໄດ້ຍ້ອງຍໍຊົມເຊີຍເປັນຢ່າງສູງຕໍ່ຈຸດຢືນຂອງຈີນ, ມີ 90,55% ເຫັນວ່າ: ເມື່ອທຽບກັບການກະທຳຂອງປະເທດໃດໜຶ່ງທີ່ປຸກປັ່ນການປະທະກັນຢູ່ເຂດຕາເວັນອອກກາງ, ແນວຄິດທີ່ສະໜັບສະໜູນການພັດທະນາໂດຍສັນຕິຂອງຈີນໄດ້ຮັບຄວາມເຫັນດີຫຼາຍກວ່າ.

ແບບສອບຖາມຂອງການສຳຫຼວດຄວາມເຫັນດັ່ງກ່າວໄດ້ເຜີຍແຜ່ໃນເວທີພາສາອັງກິດ, ພາສາແອັດສະປາຍ, ພາສາຝຣັ່ງ, ພາສາອາຣັບ ແລະ ພາສາເຢຍລະມັນຂອງ CGTN, ມີຊາວອິນເຕີເນັດ 10.592 ຄົນໄດ້ເຂົ້າຮ່ວມການຕອບແບບສອບຖາມພາຍໃນ 24 ຊົ່ວໂມງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

ແບ້ກາຍເປັນ “ພະນັກງານຕັດຫຍ້າ”, ການຄຸ້ມຄອງສວນຊາດ້ວຍເຕັກນິກດີຈີຕອນໄດ້ຍົກສູງຄຸນນະພາບ ແລະ ຫຼຸດຜ່ອນຕົ້ນທຶນ

ລົດຕູ້ຄອນເທັນເນີທີ່ບັນທຸກອຸປະກອນການຖ່າຍທອດສົດງານກິລາໂອລິມປິກປາຣີຂອງ CMG ໄດ້ປາກົດຕົວຢູ່ນະຄອນຫຼວງປາຣີ

ທ່ານສີຈິ້ນຜິງນຳພາການປະຕິຮູບແລະເປີດປະຕູສູ່ພາຍນອກໃນຍຸກໃໝ່

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ຂ້ອຍພັກຢູ່ເຮືອນວີລາທະເລຈີນໃຕ້

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ແຮງງານປູກຕົ້ນໄມ້ຢູ່ຊານຊາ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn