ພາສາລາວ

ເປັນຫຍັງຝ່າຍຕ່າງໆຂອງປາແລັດສະຕິນຈຶ່ງສາມາດບັນລຸຄວາມປອງດອງກັນຢູ່ນະຄອນຫຼວງປັກກິ່ງຂອງຈີນ?

cri2024-07-24 16:51:26
Share
Share this with Close
Messenger Pinterest LinkedIn

ວັນທີ 23 ກໍລະກົດນີ້, ພາລະກິດປົດປ່ອຍຊາດຂອງປາແລັດສະຕິນໄດ້ກ້າວເຂົ້າສູ່ໄລຍະເວລາອັນສຳຄັນໃນປະຫວັດສາດ ຄື: ພາຍຫຼັງການສົນທະນາເພື່ອບັນລຸຄວາມປອງດອງກັນເປັນເວລາ 3 ວັນຢູ່ປະເທດຈີນ, 14 ຝ່າຍຂອງປາແລັດສະຕິນໄດ້ລົງນາມໃນຖະແຫຼງການປັກກິ່ງກ່ຽວກັບການສິ້ນສຸດສະພາບການແບ່ງແຍກກັນ ແລະ ເພີ່ມທະວີຄວາມສາມັກຄີຂອງຊາດປາແລັດສະຕິນ. ຖະແຫຼງການດັ່ງກ່າວໄດ້ອອກກຳນົດວ່າ: ອົງການປົດປ່ອຍປາແລັດສະຕິນ ຫຼື PLO ເປັນຜູ້ຕາງໜ້າທີ່ຊອບດ້ວຍກົດໝາຍພຽງໜຶ່ງດຽວຂອງປາແລັດສະຕິນ, ພ້ອມທັງໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນກ່ຽວກັບການບໍລິຫານຫຼັງສົງຄາມຢູ່ເຂດກາຊາ ແລະ ການສ້າງຕັ້ງລັດຖະບານຊົ່ວຄາວເພື່ອບັນລຸຄວາມປອງດອງກັນພາຍໃນຊາດ.

ນີ້ເປັນການບັນລຸຄວາມປອງດອງກັນໃນຄັ້ງນີ້ແມ່ນໄດ້ມາຢ່າງບໍ່ງ່າຍດາຍ, ເປັນບາດກ້າວສຳຄັນໃນການບັນລຸສັນຕິພາບຂອງຕາເວັນອອກກາງ ເຊິ່ງໄດ້ນຳເອົາຄວາມຫວັງ ແລະ ອະນາຄົດມາໃຫ້ແກ່ປະຊາຊົນປາແລັດສະຕິນທີ່ກຳລັງປະສົບກັບຄວາມທຸກຍາກລຳບາກຢ່າງຫຼວງຫຼາຍ.

ຄັນຊັ້ນ, ເປັນຫຍັງຝ່າຍຕ່າງໆຂອງປາແລັດສະຕິນຈຶ່ງສາມາດບັນລຸຄວາມປອງດອງກັນຢູ່ນະຄອນຫຼວງປັກກິ່ງຂອງຈີນ? ນີ້ກໍຍ້ອນວ່າໃນບັນຫາປາແລັດສະຕິນ, ຈີນບໍ່ເຄີຍສະແຫວງຫາຜົນປະໂຫຍດສ່ວນຕົວແຕ່ປະການໃດ, ແຕ່ແມ່ນຢືນຢູ່ຂ້າງສັນຕິພາບຢ່າງສະເໝີຕົ້ນສະເໝີປາຍ ແລະ ຢືນຢູ່ຂ້າງມະໂນທຳ. ຈີນເນັ້ນໜັກວ່າ ການປະຕິບັດ “ແຜນການສອງປະເທດ” ເປັນທາງອອກພື້ນຖານ, ຊຸກຍູ້ໃຫ້ບັນຫາປາແລັດສະຕິນສາມາດໄດ້ຮັບການແກ້ໄຂຢ່າງຮອບດ້ານ, ຍຸຕິທຳ ແລະ ຖາວອນໂດຍໄວ. ຢູ່ໃນສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ຈີນໄດ້ອອກສຽງເພື່ອຄວາມຍຸຕິທຳຂອງປາແລັດສະຕິນມາໂດຍຕະຫຼອດ. ໃນໄລຍະດຳລົງຕຳແໜ່ງປະເທດປະທານໝູນວຽນສະພາຄວາມໝັ້ນຄົງອົງການ ສປຊ, ຈີນຍັງໄດ້ຊຸກຍູ້ການບັນລຸຂໍ້ຕົກລົງຢຸດຍິງສະບັບທຳອິດນັບແຕ່ເກີດການປະທະກັນລະຫວ່າງປາແລັດສະຕິນ-ອິດສະຣາແອນຮອບໃໝ່ເປັນຕົ້ນມາ.

ທີ່ຈິງແລ້ວ, ເລີ່ມຈາກອາຣັບບີຊາອຸດິດ ແລະ ອີຣານຈັບມືກັນຢູ່ປັກກິ່ງ ຈົນຮອດຝ່າຍຕ່າງໆຂອງປາແລັດສະຕິນທີ່ລົງນາມໃນຖະແຫຼງການປັກກິ່ງ, ການບັນລຸຄວາມປອງດອງກັນທີ່ມີຄວາມໝາຍສຳຄັນທັງສອງຄັ້ງຢູ່ພາກພື້ນຕາເວັນອອກກາງຕ່າງກໍໄດ້ພິສູດໃຫ້ເຫັນວ່າ: ຈີນໄດ້ຊ່ວຍເຫຼືອການພັດທະນາໂດຍສັນຕິໃຫ້ແກ່ ພາກພື້ນຕາເວັນອອກກາງຢ່າງຈິງໃຈມາໂດຍຕະຫຼອດ, ເປັນເພື່ອນມິດທີ່ແທ້ຈິງ ແລະ ເຊື່ອໝັ້ນໄດ້ຂອງປະເທດອາຣັບມາໂດຍຕະຫຼອດ. ຂ່າວສານ “ຂ່າວອ່າວເປີເຊຍ”ຂອງອາຣັບເອມີເຣດໄດ້ລົງບົດວິເຄາະວ່າ: ຕາເວັນອອກກາງຖືເອົາປະເທດຈີນເປັນຄົນກາງທີ່ຍຸຕິທຳ ແລະ ເຊື່ອໝັ້ນໄດ້.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

ແບ້ກາຍເປັນ “ພະນັກງານຕັດຫຍ້າ”, ການຄຸ້ມຄອງສວນຊາດ້ວຍເຕັກນິກດີຈີຕອນໄດ້ຍົກສູງຄຸນນະພາບ ແລະ ຫຼຸດຜ່ອນຕົ້ນທຶນ

ລົດຕູ້ຄອນເທັນເນີທີ່ບັນທຸກອຸປະກອນການຖ່າຍທອດສົດງານກິລາໂອລິມປິກປາຣີຂອງ CMG ໄດ້ປາກົດຕົວຢູ່ນະຄອນຫຼວງປາຣີ

ທ່ານສີຈິ້ນຜິງນຳພາການປະຕິຮູບແລະເປີດປະຕູສູ່ພາຍນອກໃນຍຸກໃໝ່

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ຂ້ອຍພັກຢູ່ເຮືອນວີລາທະເລຈີນໃຕ້

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ແຮງງານປູກຕົ້ນໄມ້ຢູ່ຊານຊາ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn