ພາສາລາວ

ຮອງປະທານາທິບໍດີອາເມຣິກາເລີ່ມເຄື່ອນໄຫວຫາສຽງເລືອກຕັ້ງປະທານາທິບໍດີພາຍຫຼັງທ່ານໂຈໄບເດັນຖອນຕົວອອກຈາກການເລືອກຕັ້ງ

cri2024-07-24 10:46:26
Share
Share this with Close
Messenger Pinterest LinkedIn

ວັນທີ23ກໍລະກົດນີ້, ທ່ານນາງກາເມລາ ເດວີ ແຮຣິສ (Kamala Devi Harris)ຮອງປະທານາທິບໍດີອາເມຣິກາໄດ້ຈັດການໂຄສະນາຫາສຽງຢູ່ນະຄອນມິນໂວຄີ ລັດວິສຄອນຊິນ ອາເມຣິກາ ເຊິ່ງເປັນກິດຈະກຳຫາສຽງເພື່ອແຂ່ງຂັນເລືອກຕັ້ງປະທານາທິບໍດີຄັ້ງທຳອິດຂອງທ່ານນາງ ແຮຣິສ ພາຍຫຼັງທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາປະກາດຖອນຕົວອອກຈາກການເລືອກຕັ້ງ ພ້ອມທັງຢືນຢັນຈະອອກແຮງຢ່າງສຸດຄວາມສາມາດເພື່ອສະໜັບສະໜູນການສະເໜີຊື່ທ່ານນາງແຮຣິສໃຫ້ເປັນຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີຂອງພັກເດໂມແຄຣດ.

ອີງຕາມຜົນການສຳຫຼວດຄວາມເຫັນຂອງປະຊາຊົນທີ່ຂ່າວສານຣອຍເຕີຂອງອັງກິດແລະ ບໍລິສັດອິບໂຊສ(Ipsos)ຂອງຝຣັ່ງ ເຊິ່ງເປັນກຸ່ມບໍລິສັດຄົ້ນຄວ້າຕະຫຼາດລະດັບແຖວໜ້າຂອງໂລກໄດ້ຮ່ວມກັນດຳເນີນນັ້ນ ສະແດງໃຫ້ເຫັນວ່າ: ປັດຈຸບັນ, ທ່ານນາງແຮຣິສໄດ້ຮັບຄວາມນິຍົມນຳໜ້າທ່ານໂດນັນ ທຣຳ ຜູ້ສະໝັກຮັບເລືອກຕັ້ງຂອງພັກຣີພັບປລີກັນພຽງແຕ່ໜ້ອຍດຽວຄື 2%ເທົ່ານັ້ນ. ອີງຕາມຜົນການຢັ່ງຫາງສຽງປະຊາຊົນ, ພາຍຫຼັງທ່ານໂຈໄບເດັນປະກາດຖອນຕົວອອກຈາກການເລືອກຕັ້ງແລ້ວ, ທ່ານນາງແຮຣິສໄດ້ຮັບສຽງສະໜັບສະໜູນຈາກປະຊາຊົນຢູ່ລະດັບ 44% ໃນວັນທີ22ກໍລະກົດນີ້, ສ່ວນ ທ່ານໂດນັນ ທຣຳໄດ້ຮັບສຽງສະໜັບສະໜູນຈາກປະຊາຊົນຢູ່ລະດັບ42%ໃນວັນທີ23ກໍລະກົດນີ້.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

ແບ້ກາຍເປັນ “ພະນັກງານຕັດຫຍ້າ”, ການຄຸ້ມຄອງສວນຊາດ້ວຍເຕັກນິກດີຈີຕອນໄດ້ຍົກສູງຄຸນນະພາບ ແລະ ຫຼຸດຜ່ອນຕົ້ນທຶນ

ລົດຕູ້ຄອນເທັນເນີທີ່ບັນທຸກອຸປະກອນການຖ່າຍທອດສົດງານກິລາໂອລິມປິກປາຣີຂອງ CMG ໄດ້ປາກົດຕົວຢູ່ນະຄອນຫຼວງປາຣີ

ທ່ານສີຈິ້ນຜິງນຳພາການປະຕິຮູບແລະເປີດປະຕູສູ່ພາຍນອກໃນຍຸກໃໝ່

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ຂ້ອຍພັກຢູ່ເຮືອນວີລາທະເລຈີນໃຕ້

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ແຮງງານປູກຕົ້ນໄມ້ຢູ່ຊານຊາ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn