ພາສາລາວ

ຊອກດານີກ່າວປະນາມລັດຖະສະພາອິດສະຣາແອນທີ່ຈັດເອົາອົງການUNRWAເປັນກຸ່ມກໍ່ການຮ້າຍ

cri2024-07-23 11:05:48
Share
Share this with Close
Messenger Pinterest LinkedIn

ວັນທີ22ກໍລະກົດນີ້, ກະຊວງການຕ່າງປະເທດແລະຊາວຕ່າງດ້າວຊອກດານີໄດ້ກ່າວປະນາມລັດຖະສະພາອິດສະຣາແອນທີ່ໄດ້ຈັດເອົາສຳນັກງານບັນເທົາທຸກແລະຈັດຫາງານຂອງອົງການສະຫະປະຊາຊາດສຳລັບຜູ້ລີ້ໄພຊາວປາແລັດສະຕິນໃນຕາເວັນອອກໃກ້ ຫຼືUNRWAເປັນກຸ່ມກໍ່ການຮ້າຍ, ເຊິ່ງເຫັນວ່າການກະທຳແບບນີ້ເປັນເຈຕະນາບີບຮັດອົງການດັ່ງກ່າວໃນທາງການເມືອງ.

ກະຊວງການຕ່າງປະເທດແລະຊາວຕ່າງດ້າວຊອກດານີເນັ້ນໜັກວ່າ: ອິດສະຣາແອນກ່າວຫາແລະໃຊ້ປະຕິບັດການຕໍ່ອົງການUNRWAຢ່າງຕໍ່ເນື່ອງ ເຊິ່ງມີຈຸດປະສົງເພື່ອດັບສູນແລະຍົກເລີກບົດບາດສຳຄັນຂອງອົງການນີ້ໃນການໃຫ້ຄວາມຊ່ວຍດ້ານມະນຸດສະທຳແກ່ຊາວປາແລັດສະຕິນຕາມຄວາມຮຽກຮ້ອງຂອງອົງການສະຫະປະຊາຊາດ, ສິ່ງນີ້ໄດ້ກາຍເປັນການລະເມີດກົດໝາຍສາກົນຢ່າງບັງອາດ.

ວັນທີ22ກໍລະກົດນີ້, ລັດຖະສະພາອິດສະຣາແອນໄດ້ຜ່ານການພິຈາລະນາເທື່ອທຳອິດແລ້ວລົງຄະແນນສຽງຮັບຮອງເອົາຍັດຕິ3ສະບັບ ໂດຍຈະກຳນົດເອົາອົງການUNRWAເປັນກຸ່ມກໍ່ການຮ້າຍ ພ້ອມທັງຈະຈຳກັດການເຄື່ອນໄຫວທີ່ກ່ຽວຂ້ອງຂອງອົງການນີ້ຢ່າງຫຼວງຫຼາຍ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

123全文 3 下一页

Share this story on

Messenger Pinterest LinkedIn