ພາສາລາວ

ເກີດເຫດການຍິງກັນຂະໜາດໃຫຍ່ຢູ່ນະຄອນຟິລາເດວເຟຍປະເທດອາເມຣິກາ

CRI2024-07-22 17:17:47
Share
Share this with Close
Messenger Pinterest LinkedIn

ບໍລິສັດ ABC ອາເມລິກາໄດ້ລາຍງານໂດຍອີງຕາມຂໍ້ມູນຈາກເຈົ້າໜ້າທີ່ອາເມຣິກາວ່າ: ວັນທີ 21 ກໍລະກົດນີ້ຢູ່ນະຄອນຟິລາເດວເຟຍ ປະເທດອາເມຣິກາ ໄດ້ເກີດມີເຫດການຍິງກັນໃນງານສະຫຼອງງານໜຶ່ງ, ເຮັດໃຫ້ມີ 9 ຄົນຖືກຍິງ, ໃນນັ້ນ 3 ຄົນເສຍຊີວິດ.

ອີງຕາມເຈົ້າໜ້າທີ່ຕໍາຫຼວດນະຄອນຟິລາເດວເຟຍແຈ້ງໃຫ້ຮູ້ວ່າ: ເຫດການຍິງກັນຂະໜາດໃຫຍ່ຄັ້ງນີ້ເກີດຂຶ້ນໃນເວລາປະມານ 2 ໂມງເຊົ້າເຊິ່ງໃນເວລານັ້ນມີ 100 ກວ່າຄົນເຂົ້າຮ່ວມງານສະຫຼອງດັ່ງກ່າວ. ເມື່ອເຈົ້າໜ້າທີ່ຕໍາຫຼວດໄປເຖິງສະຖານທີ່ເກີດເຫດ, ພວກເຂົາເຈົ້າໄດ້ພົບເຫັນວ່າ: ຜູ້ເສຍຊີວິດ ແລະ ຜູ້ບາດເຈັບມີບາດແຜຖືກລູກບືນຍິງ, ນອກນັ້ນຍັງໄດ້ພົບເຫັນປອກລູກບືນຕົກເຮ່ຍກະຈາຍຕາມພື້ນແບບຊະຊາຍຢູ່ສະຖານທີ່ດັ່ງກ່າວ.

ເຈົ້າໜ້າທີ່ສືບສວນພວມພະຍາຍາມນໍາຫາບຸກຄົນທີ່ກ່ຽວຂ້ອງກັບເຫດການຍິງກັນຄັ້ງນີ້. ແນວໃດກໍຕາມ, ປັດຈຸບັນ ເຈົ້າໜ້າທີ່ຍັງບໍ່ທັນປະກາດການເຄື່ອນໄຫວຈັບກຸມຜູ້ຕ້ອງສົງໄສເທື່ອ, ຂະນະທີ່ຊື່ ແລະ ນາມສະກຸນຂອງຜູ້ເສຍຊີວິດກໍຍັງບໍ່ທັນເປີດເຜີຍເທື່ອ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

ແບ້ກາຍເປັນ “ພະນັກງານຕັດຫຍ້າ”, ການຄຸ້ມຄອງສວນຊາດ້ວຍເຕັກນິກດີຈີຕອນໄດ້ຍົກສູງຄຸນນະພາບ ແລະ ຫຼຸດຜ່ອນຕົ້ນທຶນ

123全文 3 下一页

Share this story on

Messenger Pinterest LinkedIn