ພາສາລາວ

ເຫດການຄອມຄ້າງຂອງMicrosoftໄດ້ສ້າງຜົນກະທົບເຖິງອຸປະກອນລະບົບປະຕິບັດການວິນໂດຈຳນວນ8,5ລ້ານໜ່ວຍ

cri2024-07-22 12:54:23
Share
Share this with Close
Messenger Pinterest LinkedIn

ບໍລິສັດMicrosoftໄດ້ຢືນຢັນໃນວັນທີ20ກໍລະກົດນີ້ວ່າ: ຊັອຟແວອັບເດດທີ່ ບໍລິສັດຄລາດ໌ສະໄຕຣ(CrowdStrike) ເຊິ່ງເປັນບໍລິສັດເຕັກນິກຄວາມປອດໄພຄອມພິວເຕີອາເມຣິກາໄດ້ເຜີຍແຜ່ສຳລັບໃຊ້ກັບລະບົບປະຕິບັດການວິນໂດນັ້ນແມ່ນມີ ຂໍ້ບົກພ່ອງ, ຕາມການຄາດຄະເນວ່າ: ບັນຫາຕິດຂັດທີ່ເກີດຈາກຂໍ້ບົກຜ່ອງດັ່ງກ່າວໄດ້ສົ່ງຜົນກະທົບຕໍ່ອຸປະກອບທີ່ໄດ້ຕິດຕັ້ງລະບົບປະຕິບັດການດັ່ງກ່າວເກືອບ8,5ລ້ານໜ່ວຍໃນທົ່ວໂລກ. ບໍລິສັດMicrosoftຢືນຢັນວ່າ: ບໍລິສັດ CrowdStrikeໄດ້ພັດທະນາແຜນການແກ້ໄຂຊັອບແວອັນໜຶ່ງເພື່ອເລັ່ງແກ້ໄຂບັນຫາຕິດຂັດດັ່ງກ່າວແລ້ວ.

ເລີ່ມແຕ່ເວລາ3ໂມງຂອງວັນທີ19ກໍລະກົດນີ້ຕາມເວລາປັກກິ່ງເປັນຕົ້ນມາ, ຄອມພິວເຕີລະບົບປະຕິບັດການວິນໂດຈໍານວນຫຼາຍທົ່ວໂລກເກີດອາການການຕອບສະໜອງຢຸດສະງັກແລະເຂົ້າສູ່ໂໝດຈໍສີຟ້າເຊິ່ງສາເຫດເກີດຈາກການອັບເດດຊັອບແວຄວາມປອດໄພຄລາວສະໄຕຣ (Crowstrike), ເຊິ່ງໄດ້ສ້າງຜົນກະທົບຕໍ່ຫຼາຍຂະແໜງການເຊັ່ນ ການບິນ, ສາທາລະນະສຸກ, ສື່ມວນຊົນ, ການເງິນ, ການຂາຍຍ່ອຍ, ການຈໍລະຈອນສິນຄ້າແລະ ອື່ນໆ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທົ່ງຫຍ້າຂອງເມືອງຊີ່ອູ່ຈູ່ມູ້ຊິ້ນທີ່ສວຍງາມ

123全文 3 下一页

Share this story on

Messenger Pinterest LinkedIn