ພາສາລາວ

ລົດຖ່າຍທອດສົດ8K ຂອງ CMG ເດີນທາງໄປຮອດສະໜາມກິລາຝຣັ່ງທີ່ນະຄອນຫຼວງປາຣີຂອງຝຣັ່ງ

cri2024-07-17 15:07:22
Share
Share this with Close
Messenger Pinterest LinkedIn

ຕອນຂ້ອນແຈ້ງວັນທີ 16 ກໍລະກົດນີ້, ຂະບວນລົດລາຍງານຂ່າວງານກິລາໂອລິມປິກປາຣີຈຳນວນ 6 ຄັນຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ທີ່ນຳໜ້າໂດຍລົດຖ່າຍທອດສົດຄວາມລະອຽດສູງພິເສດ 8K ໄດ້ອອກເດີນທາງຈາກພາກເໜືອຂອງນະຄອນຫຼວງປາຣີ, ຜ່ານສະຖານທີ່ຕ່າງໆທີ່ເປັນສັນຍະລັກຂອງນະຄອນຫຼວງປາຣີ ເຊັ່ນ: ປະຕູໄຊ, ຫໍໄອເຟວ ແລະອື່ນໆ ເຊິ່ງໄດ້ຮັບຄວາມຍ້ອງຍໍຊົມເຊີຍ ແລະ ໄຊໂຍໂຮ່ຮ້ອງຈາກປະຊາຊົນທ້ອງຖິ່ນ.

ຕອນເຊົ້າມື້ດຽວກັນ, ລົດຖ່າຍທອດສົດ 8K ສີແດງຂອງ CMG ໄດ້ໄປຮອດສະໜາມກິລາຝຮັ່ງ, ຢູ່ທີ່ນີ້, ລົດດັ່ງກ່າວຈະສົ່ງສັນຍານຖ່າຍທອດສາທາລະນະສາກົນແບບ 8K ຂອງການແຂ່ງຂັນແລ່ນ ແລະ ລານ ແລະ ພິທີປິດຂອງງານກິລາໂອລິມປິກປາຣີ ເຊິ່ງຈະເປັນຄັ້ງທຳອິດທີ່ນຳໃຊ້ສັນຍານຖ່າຍທອດສາທາລະນະສາກົນທີ່ມີຄວາມລະອຽດສູງພິເສດ 8K ໃນປະຫວັດສາດງານກິລາໂອລິມປິກລະດູຮ້ອນ.

CMG ແມ່ນສື່ມວນຊົນຕ່າງປະເທດທີ່ໄດ້ຊະນະການປະມູນການຖ່າຍທອດສົດລາຍການແຂ່ງຂັນງານກິລາໂອລິມປິກປາຣີຫຼາຍທີ່ສຸດ, ເຕັກນິກລາຍງານຂ່າວ ແລະ ຜະລິດລາຍການທີ່ມີຄວາມລະອຽດສູງພິເສດ 8K ຂອງCMG ລ້ວນແຕ່ແມ່ນຈີນຄົ້ນຄວ້າ ແລະ ຜະລິດດ້ວຍຕົນເອງ.

1234全文 4 下一页

Share this story on

Messenger Pinterest LinkedIn