ພາສາລາວ

ຈີນເຕືອນໃຫ້ກຸ່ມນາໂຕ ແລະ ປະເທດຈຳນວນໜຶ່ງສຳນຶກຜິດຂອງຕົນ

cri2024-07-17 15:04:04
Share
Share this with Close
Messenger Pinterest LinkedIn

ວັນທີ 16 ກໍລະກົດນີ້, ທ່ານຟູ້ຊົ່ງ ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດໄດ້ກ່າວໃນກອງປະຊຸມອະພິປາຍເປີດກວ້າງກ່ຽວກັບລະບຽບສາກົນ ແລະ ການຮ່ວມມືຫຼາຍຝ່າຍຢູ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດວ່າ: ປັດຈຸບັນນີ້, ການເມືອງສາກົນແບ່ງເປັນຄ້າຍກັນ, ເສດຖະກິດໂລກຂັດກັບໂລກາພິວັດມີທ່ວງທ່ານັບມື້ນັບຮຸນແຮງຂື້ນ, ມວນມະນຸດໄດ້ຜະເຊີນກັບທາງເລືອກຄັ້ງປະຫວັດສາດທີ່ຈະເດີນໄປຕາມທິດທາງໃດອີກຄັ້ງໜຶ່ງ.

ທ່ານຟູ້ຊົ່ງກ່າວວ່າ: ທົ່ວໂລກມີລະບຽບພຽງໜຶ່ງດຽວເທົ່ານັ້ນ ຄື: ລະບຽບສາກົນທີ່ຖືເອົາກົດໝາຍສາກົນເປັນພື້ນຖານ. ມີກົດເກນພຽງໜຶ່ງດຽວເທົ່ານັ້ນ ຄື: ຫລັກການພື້ນຖານຂອງສາຍພົວພັນສາກົນທີ່ຖືເອົາຈຸດປະສົງ ແລະ ຫຼັກການຂອງກົດບັດອົງການສະຫະປະຊາຊາດເປັນພື້ນຖານ. ປະຫວັດສາດໄດ້ຢືນຢັນຢ່າງເຕັມທີ່ວ່າ: ມືຂອງກຸ່ມນາໂຕເດ່ໄປຮອດບ່ອນໃດ, ຄວາມປັ່ນປ່ວນ ແລະ ຄວາມວຸ້ນວາຍກໍຈະເກີດຂຶ້ນຢູ່ບ່ອນນັ້ນ. ຈີນເຕືອນໃຫ້ກຸ່ມນາໂຕ ແລະ ປະເທດຈຳນວນໜຶ່ງຈົ່ງສຳນຶກຜິດຂອງຕົນ, ຢ່າສູ່ເປັນຜູ້ກໍ່ຄວາມວຸ້ນວາຍທີ່ທຳລາຍຜົນປະໂຫຍດຜູ້ອື່ນເພື່ອຜົນປະໂຫຍດຂອງຕົນ ແລະ ທຳລາຍຄວາມໝັ້ນຄົງຮ່ວມຕໍ່ໄປອີກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn