ພາສາລາວ

ທ່ານໂດໂນ ທຣຳ ຖືກສະເໜີຊື່ເປັນຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີຂອງພັກລີພັບບລີກັນ

cri2024-07-16 15:45:08
Share
Share this with Close
Messenger Pinterest LinkedIn

ວັນທີ 15 ກໍລະກົດນີ້, ທ່ານໂດໂນ ທຣຳ ອະດີດປະທານາທິບໍດີອາເມຣິກາໄດ້ຮັບຄະແນນສຽງເຫັນດີໃຫ້ຕາງໜ້າພັກຢ່າງພຽງພໍຢູ່ໃນກອງປະຊຸມຜູ້ແທນສະມາຊິກທົ່ວປະເທດຂອງພັກລີພັບບລີກັນ ແລະ ຖືກສະເໜີຊື່ຢ່າງເປັນທາງການໃຫ້ທ່ານເປັນຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີຂອງພັກລີພັບບລີກັນເພື່ອເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີອາເມຣິກາປີ2024. ມື້ດຽວກັນ ທ່ານໂດໂນ ທຣຳຍັງປະກາດວ່າ: ທ່ານໄດ້ເລືອກເອົາທ່ານ ເຈມສ໊ ແວນສ໊ ສະມາຊິກສະພາສູງສະຫະລັດລັດໂອໄຮໂອເປັນຄູ່ຮ່ວມການແຂ່ງຂັນເລືອກຕັ້ງຂອງຕົນ.

ມື້ດຽວກັນ, ທ່ານໄມ ຈອນຊັນ ປະທານສະພາຕ່ຳທີ່ສັງກັດພັກລີພັບບລີກັນຂອງສະພາຕ່ຳອາເມຣິກາໄດ້ປະກາດໃນກອງປະຊຸມຢ່າງເປັນທາງການ ເຊິ່ງໄດ້ສະເໜີຊື່ໃຫ້ທ່ານໂດໂນ ທຣຳ ແລະທ່ານເຈມສ໊ ແວນສ໊ ເປັນຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີແລະຮອງປະທານາທິບໍດີຂອງພັກລີພັບບລີກັນ.

ນີ້ແມ່ນເທື່ອທີ 3 ຂອງທ່ານໂດໂນ ທຣຳທີ່ມີອາຍຸ 78 ປີ ໄດ້ຕາງໜ້າພັກລີພັບບລີກັນເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີອາເມຣິກາ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn