ພາສາລາວ

ເລີ່ມສົ່ງຕໍ່ທວນໄຟສັກສິດງານໂອລິມປິກປາຣີປີ 2024 ຢູ່ນະຄອນຫຼວງປາຣີ

cri2024-07-15 14:42:23
Share
Share this with Close
Messenger Pinterest LinkedIn

ວັນທີ 14 ກໍລະກົດນີ້, ກິດຈະກຳສົ່ງຕໍ່ທວນໄຟສັກສິດງານມະຫາກຳກິລາໂອລິມປິກປາຣີປີ 2024 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປາຣີປະເທດຝຣັ່ງ.

ຫຼັງຈາກໄດ້ສົ່ງຕໍ່ທວນໄຟສັກສິດງານກິລາໂອລິມປິກປາຣີມາເປັນເວລາສອງເດືອນປາຍ 68 ໄລຍະ, ທວນໄຟສັກສິດກໍໄດ້ຖືກສົ່ງໄປຮອດນະຄອນຫຼວງປາຣີ ແລະເປີດເສີມໜ້າໃນພິທີສວນສະໜາມເພືຶ່ອສະຫຼອງວັນຊາດຝຣັ່ງໃນວັນທີ 14 ກໍລະກົດນີ້ ແລະເລີ່ມສົ່ງຕໍ່ທວນໄຟສັກສິດໄປຍັງຈຸດໝາຍສຸດທ້າຍ.

ການສົ່ງຕໍ່ທວນໄຟສັກສິດງານກິລາໂອລິມປິກຢູ່ປາຣີຈະດຳເນີນເປັນເວລາສອງວັນ, ໄລຍະທາງ ຍາວປະມານ 58,5 ກິໂລແມັດ.

ພ້ອມກັນນັ້ນ, ຢູ່ສະໜາມຫຼວງສຳນັກງານປົກຄອງນະຄອນຫຼວງປາຣີກໍໄດ້ຈັດກິດຈະກຳສະຫຼອງຢ່າງມະໂຫລານຂຶ້ນນັບແຕ່ວັນທີ 14 ກໍລະກົດນີ້ເປັນຕົ້ນໄປ ເພື່ອຕ້ອນຮັບທວນໄຟສັກສິດມາເຖິງປາຣີ. ຈາກນັ້ນ ກໍຈະມີການສະແດງບັ້ງໄຟດອກທີ່ສວຍງາມຢູ່ຫໍເອເຟວ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn