ພາສາລາວ

ເຈົ້າໜ້າທີ່ອິດສະຣາແອນຢືນຢັນວ່າໄດ້ເປິກສາຫາລືແລ້ວກ່ຽວກັບຄວາມອາດເປັນໄປໄດ້ທີ່ຈະຖອນທະຫານອອກຈາກແລວຟີລາເດວຟີ

cri2024-07-13 12:59:38
Share
Share this with Close
Messenger Pinterest LinkedIn

ວັນທີ12ກໍລະກົດນີ້, ເຈົ້າໜ້າທີ່ອິດສະຣາແອນທີ່ໄດ້ເຂົ້າຮ່ວມການເຈລະຈາສັນຍາກ່ຽວກັບການຢຸດຍິງ ແລະ ແລກປ່ຽນຕົວປະກັນໄດ້ກ່າວຢືນຢັນວ່າ: ເຖິງວ່າຫ້ອງວ່າການນາຍົກລັດຖະມົນຕີອິດສະຣາແອນປະຕິເສດບໍ່ຮັບຮອງຂ່າວກ່ຽວກັບອິດສະຣາແອນກຳລັງດຳເນີນການເຈລະຈາກ່ຽວກັບການຖອນທະຫານອອກຈາກເຂດກາຊາ ແລະ ແລວຟີລາເດວຟີ (Philadelphi Corridor) ທີ່ຕິດກັບຊາຍແດນເອຢິບກໍຕາມ, ແຕ່ໃນຕົວຈິງແລ້ວ, ໃນການເຈລະຈາ ຜູ້ຕາງໜ້າຝ່າຍອິດສະຣາແອນໄດ້ເປິກສາຫາລືເຖິງຄວາມອາດເປັນໄປໄດ້ທີ່ຈະຖອນທະຫານອອກຈາກແລວຟີລາເດວຟີ.

ເຈົ້າໜ້າທີ່ອິດສະຣາແອນອ້າງວ່າ: ການຖອນທະຫານອອກຈາກແລວຟີລາເດວຟີເປັນພາກສ່ວນໜຶ່ງຂອງແຜນການທີ່ກ່ຽວຂ້ອງ, ເຊິ່ງແຜນການນີ້ລວມເຖິງການຢູ່ພາຍໃຕ້ການຊ່ວຍເຫຼືອຈາກອາເມຣິກາ ແລະ ປະເທດພັນທະມິດອື່ນໆ, ເພີ່ມທະວີວຽກງານຄວາມໝັ້ນຄົງຢູ່ເຂດຊາຍແດນກາຊາ-ເອຢິບ ເພື່ອຮັບປະກັນບໍ່ໃຫ້ຂະບວນການຕໍ່ຕ້ານອິສຣາມິກປາແລັດສະຕິນຫຼືຮາມາສ ສາມາດຊື້ອາວຸດແລ້ວເລັດລອດຂົນສົ່ງຈາກເອຢິບເຂົ້າສູ່ກາຊາ. ນອກນີ້, ແຜນການດັ່ງກ່າວຍັງຈະລວມເຖິງການສ້າງກຳແພງກັ້ນໃຕ້ດິນຢູ່ລຽບຕາມແລວຟີລາເດວຟີເພື່ອປ້ອງກັນໄພຂົ່ມຂູ່ຈາກລະບົບອຸໂມງຂອງກຸ່ມຮາມາສ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ແບ້ກາຍເປັນ “ພະນັກງານຕັດຫຍ້າ”, ການຄຸ້ມຄອງສວນຊາດ້ວຍເຕັກນິກດີຈີຕອນໄດ້ຍົກສູງຄຸນນະພາບ ແລະ ຫຼຸດຜ່ອນຕົ້ນທຶນ

ລົດຕູ້ຄອນເທັນເນີທີ່ບັນທຸກອຸປະກອນການຖ່າຍທອດສົດງານກິລາໂອລິມປິກປາຣີຂອງ CMG ໄດ້ປາກົດຕົວຢູ່ນະຄອນຫຼວງປາຣີ

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ຂ້ອຍພັກຢູ່ເຮືອນວີລາທະເລຈີນໃຕ້

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ແຮງງານປູກຕົ້ນໄມ້ຢູ່ຊານຊາ

ແຜນທີ່ 200 ປີ PK ປື້ມບັນທຶກການປ່ຽນແປງຂອງເສັ້ນທາງການເດີນເຮືອ 600 ປີ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn