ພາສາລາວ

ທ່ານວະລາດີເມຍ ປູຕິນກັບທ່ານນາເຣັນດຣາ ດາໂມດາດາສ ໂມດີພົບປະເຈລະຈາກ່ຽວກັບວິກິດການອູແກຣນແລະບັນຫາອື່ນໆ

cri2024-07-10 14:20:19
Share
Share this with Close
Messenger Pinterest LinkedIn

ວັນທີ 9 ກໍລະກົດນີ້, ທ່ານວະລາດີເມຍ ປູຕິນ ນາຍົກລັດຖະມົນຕີຣັດເຊຍໄດ້ພົບປະເຈລະຈາກັບທ່ານນາເຣນດຣາ ດາໂມດາດາສ ໂມດີ ນາຍົກລັດຖະມົນຕີອິນເດຍທີ່ໄດ້ເດີນທາງໄປຢ້ຽມຢາມຣັດເຊຍຢູ່ວັງແກຼມແລ້ງຂອງນະຄອນຫຼວງມົສກູ, ໄດ້ເປິກສາຫາລືກ່ຽວກັບການພົວພັນສອງຝ່າຍ, ວິກິດການອູແກຣນແລະບັນຫາອື່ນໆ.

ຕາມຂ່າວຈາກເວັບໄຊວັງແກຼມແລ້ງລາຍງານວ່າ: ທ່ານວະລາດີເມຍ ປູຕິນໄດ້ກ່າວໃນການພົບປະເຈລະຈາວ່າ: ການຮ່ວມມືໃນຂົງເຂດເສດຖະກິດການຄ້າລະຫວ່າງຣັດເຊຍແລະອິນເດຍໄດ້ຮັບການຊຸກຍູ້ຢ່າງໝັ້ນທ່ຽງ, ສອງປະເທດຍັງໄດ້ດຳເນີນການຮ່ວມມືສາກົນພາຍໃຕ້ກົນໄກການຮ່ວມມືຂອງອົງການສະຫະປະຊາຊາດ, ອົງການບຣິກສ໌, ອົງການຮ່ວມມືຊຽງໄຮ້ແລະຂອບການຮ່ວມມືອື່ນໆ.

ກ່ຽວກັບວິກິດການອູແກຣນ, ທ່ານໂມດີກ່າວວ່າ: ອິນເດຍເຫັນດີນຳການແກ້ໄຂວິກິດການອູແກຣນໂດຍສັນຕິ, ແລະຍິນດີໃຫ້ການຊ່ວຍເຫຼືອໃນບັນຫາດັ່ງກ່າວ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn