ພາສາລາວ

ປະເທດບຣິກສກັບປະເທດພວມພັດທະນາຈັດກອງປະຊຸມລັດຖະມົນຕີການຕ່າງປະເທດ

cri2024-06-12 17:05:44
Share
Share this with Close
Messenger Pinterest LinkedIn

ວັນທີ 11 ມິຖຸນານີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດລະຫວ່າງປະເທດບຣິກສກັບປະເທດພວມພັດທະນາ ຫຼື ບຣິກສ+ ທີ່ຈັດຂຶ້ນຢູ່ນະຄອນນິສນີນົຟໂກຣົດ. ໃນກອງປະຊຸມຄັ້ງນີ້, ມີ 10 ປະເທດບຣິກສ ກັບອີກ 12 ປະເທດພວມພັດທະນາສຳຄັນທີ່ມີລັກສະນະເປັນຕົວແທນໃນພາກພື້ນ ຄື: ລາວ, ໄທ, ຫວຽດນາມ, ຍັງກະລາເດັດແລະອື່ນໆ ໄດ້ດຳເນີນການແລກປ່ຽນຄວາມຄິດຄວາມເຫັນນຳກັນ.

ທ່ານຫວາງຢີ້ໄດ້ສະເໜີຄວາມເຫັນ 3 ຂໍ້. ຄື: 1 ຄວນປົກປັກຮັກສາຄວາມໝັ້ນຄົງທົ່ວໄປ, ຮ່ວມກັນຮັບມືກັບສິ່ງທ້າທາຍ, 2 ຄວນຍຶດໝັ້ນຖືການພັດທະນາເປັນບຸລິມະສິດ, ເຕົ້າໂຮມກຳລັງແຮງເພື່ອໃຫ້ໄດ້ຮັບຄວາມກ້າວໜ້າ, 3 ຄວນຍຶດໝັ້ນຍຸຕິທຳແລະຄວາມເປັນທຳ, ປັບປຸງການບໍລິຫານທົ່ວໂລກໃຫ້ສົມບູນຂຶ້ນ.

ຝ່າຍຕ່າງໆທີ່ເຂົ້າຮ່ວມປະຊຸມເຫັນວ່າ, ຮູບແບບ ບຣິກສ+ ມີຜົນດີຕໍ່ການຊຸກຍູ້ຄວາມສາມັກຄີແລະການຮ່ວມມືລະຫວ່າງປະເທດພວມພັດທະນາ, ເພີ່ມທະວີບົດບາດຂອງ “ປະເທດພວມພັດທະນາທົ່ວໂລກ”, ສ້າງລະບຽບສາກົນທີ່ຍຸດຕິທຳແລະສົມເຫດສົມຜົນກວ່າເກົ່າ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ລົດຖ່າຍທອດງານກິລາໂອລິມປິກປາຣີ 8K ຂອງ CMG ໄດ້ສົ່ງໄປຮອດສິງກະໂປ

123全文 3 下一页

Share this story on

Messenger Pinterest LinkedIn