ພາສາລາວ

UNESCO:ການສົນທະນາລະຫວ່າງອະລິຍະທຳທີ່ຕ່າງກັນມີຄວາມໝາຍສຳຄັນທີ່ສຸດຕໍ່ອະນາຄົດແບບຍືນຍົງ

cri2024-06-11 15:44:49
Share
Share this with Close
Messenger Pinterest LinkedIn

ວັນທີ 10 ມິຖຸນານີ້, ທ່ານກາບຣີເອລາ ຣາມົສ ຜູ້ຊ່ວຍຜູ້ອຳນວຍການໃຫຍ່ ຂອງອົງການເພື່ອການສຶກສາ ວິທະຍາສາດແລະວັດທະນະທຳແຫ່ງສະຫະປະຊາຊາດ ຫຼື UNESCO ກ່າວຄຳປາໄສຜ່ານທາງວິດິໂອ, ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ມະຕິແຫ່ງການສ້າງຕັ້ງວັນສາກົນເພື່ອການສົນທະນາລະຫວ່າງອະລິຍະທຳທີ່ສະເໜີໂດຍຈີນແລະໄດ້ຜ່ານຮັບຮອງຈາກກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ໃນຫວ່າງບໍ່ດົນມານີ້, ທ່ານຍັງກ່າວເນັ້ນວ່າ, ການສົນທະນາລະຫວ່າງອາລິຍະທຳທີ່ຕ່າງກັນມີຄວາມໝາຍສຳຄັນທີ່ສຸດຕໍ່ອະນາຄົດແບບຍືນຍົງ.

ທ່ານຣາມົສກ່າວຕື່ມວ່າ, ການສ້າງຕັ້ງວັນສາກົນເພື່ອການສົນທະນາລະຫວ່າງອະລິຍະທຳ ແມ່ນ “ກາລະໂອກາດເພື່ອຄົ້ນພົບກຳລັງແຮງບົ່ມຊ້ອນແຫ່ງການສົນທະນາ”, ເຊິ່ງສາມາດ “ສ້າງຂົວຕໍ່ຢູ່ເໜືອຄວາມແຕກຕ່າງກັນ”, ແລ້ວອຳນວຍວິທີທາງເພື່ອແກ້ໄຂສິ່ງທ້າທາຍທຸກຢ່າງ.

ວັນທີ 7 ມິຖຸນານີ້, ກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ຄັ້ງທີ 78 ໄດ້ເປັນເອກະສັນກັນຮັບຮອງມະຕິແຫ່ງການສ້າງຕັ້ງວັນສາກົນເພື່ອການສົນທະນາລະຫວ່າງອະລິຍະທຳ ທີ່ສະເໜີໂດຍຈີນ ໂດຍກຳນົດເອົາວັນທີ 10 ມິຖຸນາຂອງແຕ່ລະປີເປັນວັນສາກົນເພື່ອການສົນທະນາລະຫວ່າງອະລິຍະທຳ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn