ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຜ່ານມະຕິຮຽກຮ້ອງໃຫ້ບັນລຸການຢຸດຍິງຢູ່ເຂດກາຊາ
ວັນທີ 10 ມິຖຸນານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຜ່ານມະຕິເລກທີ 2735, ຮຽກຮ້ອງໃຫ້ບັນລຸການຢຸດຍິງຢ່າງ “ທັນທີ, ຮອບດ້ານແລະເຖິງຖອງ”, ເພື່ອສິ້ນສຸດການປະທະກັນລະຫວ່າງປາແລັດສະຕິນແລະອິດສະຣາແອນທີ່ໄດ້ດຳເນີນມາເປັນເວລາ 8 ເດືອນແລ້ວໂດຍໄວເທົ່າທີ່ຈະໄວໄດ້.
ມະຕິດັ່ງກ່າວໄດ້ຮັບການສະໜັບສະໜູນຈາກ 14 ປະເທດທີ່ປະກອບມີ 15 ປະເທດສະມາຊິກຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ, ຣັດເຊຍງົດອອກສຽງ. ມະຕິດັ່ງກ່າວຮຽກຮ້ອງໃຫ້ອິດສະຣາແອນແລະຂະບວນການຕໍ່ຕ້ານອິດສະຣາມິກຫຼືຮາມັສຈັດຕັ້ງປະຕິບັດຕາມມະຕິຢ່າງຮອບດ້ານໂດຍ “ບໍ່ເລື່ອນເວລາແລະບໍ່ມີເງື່ອນໄຂໃດໆ.”
ມະຕິໄດ້ສະເໜີແຜນການຢຸດຍິງຮອບດ້ານຢູ່ເຂດກາຊາທີ່ແບ່ງເປັນ 3 ໄລຍະ. ມະຕິຕົກລົງລະບຸວ່າ: ຖ້າວ່າການເຈລະຈາໃນໄລຍະທຳອິດໃຊ້ເວລາຫຼາຍກວ່າ 6 ອາທິດ, ການຢຸດຍິງຈະດຳເນີນໄປຢ່າງຕໍ່ເນື່ອງ, ຈົນເຖິງການເຈລະຈາຢຸດຍິງສິ້ນສຸດລົງ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ
ລົດຖ່າຍທອດງານກິລາໂອລິມປິກປາຣີ 8K ຂອງ CMG ໄດ້ສົ່ງໄປຮອດສິງກະໂປ
ການແຂ່ງຂັນຊ່ວງເຮືອທີ່ຈັດຂຶ້ນຢູ່ເມືອງຕ້າວຊ້ຽນແຂວງຫູນານຈີນໄດ້ສ້າງສະຖິຕິກີເນັສບຸກ
ການມີສ່ວນຮ່ວມຂອງຍີ່ຫໍ້ຂອງຈີນຊຸກຍູ້ການພັດທະນາຂອງຕະຫຼາດລົດໃຊ້ພະລັງງານໄຟຟ້າຂອງລາວ
ຄຳສັບສຳຄັນຂອງຈີນກ່ຽວກັບການພັດທະນາຕາມທິດສີຂຽວ
ສວນສະໜຸກພາສາຈີນ EP1:ໜີຫ່າວ ສະບາຍດີ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved