ພາສາລາວ

ແກ້ໄຂບັນຫາພື້ນຖານນີ້ໃຫ້ດີ, ການພົວພັນຈີນ-ອາເມຣິກາຈຶ່ງຈະສາມາດດີຂຶ້ນຢ່າງແທ້ຈິງ

cri2024-04-28 15:56:38
Share
Share this with Close
Messenger Pinterest LinkedIn

ວັນທີ 26 ເມສານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານອັນໂທນີ ບລິນເຄນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາທີ່ເດີນທາງມາຢ້ຽມຢາມຈີນ ແລະ ກ່າວເນັ້ນວ່າ: ຈີນ ແລະ ອາເມຣິກາຄວນເປັນຄູ່ຮ່ວມມືກັນ, ແຕ່ຫາກບໍ່ແມ່ນຄູ່ແຂ່ງ; ຄວນສ້າງຜົນປະໂຫຍດໃຫ້ກັນ

ແລະກັນ, ແຕ່ຫາກບໍ່ແມ່ນທຳຮ້າຍໃສ່ກັນ; ຄວນສະແຫວງຫາສິ່ງທີ່ຄືກັນ ແລະ ສະຫງວນສິ່ງທີ່ຕ່າງກັນ, ແຕ່ຫາກບໍ່ແມ່ນແຂ່ງຂັນກັນດ້ວຍວິທີທີ່ບໍ່ເປັນທຳ; ຄວນປະຕິບັດຕາມຄຳໝັ້ນສັນຍາຂອງຕົນ, ແຕ່ຫາກບໍ່ແມ່ນປາກຢ່າງໃຈຢ່າງ.

ເວົ້າສຳລັບການພົວພັນຈີນ-ອາເມຣິກາແລ້ວ, ຄວາມຮັບຮູ້ດ້ານຍຸດທະສາດ ກໍຄືຈີນ ແລະ ອາເມຣິກາຄວນເປັນຄູ່ຮ່ວມມື ຫຼື ຄູ່ແຂ່ງນັ້ນ ເປັນບັນຫາພື້ນຖານ. ຖ້າວ່າອາເມຣິກາຖືປະເທດຈີນເປັນຄູ່ຮ່ວມມື, ສອງຝ່າຍຕ່າງກໍຈະໄດ້ຮັບຜົນປະໂຫຍດ, ທົ່ວໂລກກໍຈະມີຄວາມໝັ້ນທ່ຽງ ແລະ ຄວາມແນ່ນອນຫຼາຍຂຶ້ນ; ຖ້າວ່າອາເມຣິກາຖືປະເທດຈີນເປັນຄູ່ແຂ່ງໃຫຍ່ຂອງຕົນຢູ່ສະເໝີ, ການພົວພັນສອງຝ່າຍກໍຈະເກີດຄວາມວຸ້ນວາຍ ແລະ ບັນຫາຕ່າງໆຢ່າງບໍ່ຢຸດບໍ່ເຊົາ.

ວົງການພາຍນອກໄດ້ສັງເກດເຫັນແລ້ວວ່າ: ໃນເກືອບທຸກຄັ້ງທີ່ການນຳຂັ້ນສູງຈີນ ແລະ ອາເມຣິກາພົບປະ ຫຼື ສົນທະນາກັນໃນຊຸມປີມໍ່ໆມານີ້ ຕ່າງກໍໄດ້ໂອ້ລົມກ່ຽວກັບຄວາມຮັບຮູ້ດ້ານຍຸດທະສາດ. ໃນເວລາຈັດການພົບປະກັນລະຫວ່າງປະມຸກລັດຂອງຈີນ ແລະ ອາເມຣິກາຢູ່ຊານຟຣານຊິສໂກ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີວ່າຕ້ອງຮ່ວມກັນສ້າງ “5 ເສົາຄ້ຳ” ຂອງການພົວພັນຈີນ-ອາເມຣິກາ, ໃນນັ້ນ ເສົາຄ້ຳທຳອິດກໍຄືການຮ່ວມກັນສ້າງຄວາມຮັບຮູ້ທີ່ຖືກຕ້ອງ. ໃນເວລາສົນທະນາທາງໂທລະສັບກັບທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ, ທ່ານປະທານສີຈິ້ນຜິງໄດ້ກ່າວເນັ້ນໜັກຕື່ມອີກວ່າ: ຄວາມຮັບຮູ້ດ້ານຍຸດທະສາດເປັນບັນຫາທີ່ຕ້ອງແກ້ໄຂໃຫ້ດີກ່ອນໝູ່ໃນການພົວພັນຈີນ-ອາເມຣິກາຢ່າງສະເໝີຕົ້ນສະເໝີປາຍ. ໃນເວລາທີ່ທ່ານອັນໂທນີ ບລິນເຄນເດີນທາງມາຢ້ຽມຢາມຈີນໃນຄັ້ງນີ້, ຈີນກ່າວເນັ້ນໜັກວ່າ: ຈີນເປັນປະເທດສັງຄົມນິຍົມທີ່ຍຶດໝັ້ນເດີນຕາມເສັ້ນທາງພັດທະນາໂດຍສັນຕິ; ຈີນບໍ່ເຄີຍມີແນວຄວາມຄິດໃຫ້ປະເທດໃຫຍ່ແຂ່ງຂັນກັນ, ບໍ່ເຄີຍມີແນວຄິດສົງຄາມເຢັນ ແລະ ແນວຄິດຫຼິ້ນເກມຜົນລວມເປັນສູນ.

ປັດຈຸບັນ, ການພົວພັນຈີນ-ອາເມຣິກາມີທ່ວງທ່າພັດທະນາທີ່ມີຄວາມໝັ້ນທ່ຽງ ເຊິ່ງເປັນເລື່ອງທີ່ຫາມາບໍ່ໄດ້ງ່າຍໆ ແລະ ໄດ້ຮັບຄວາມຍິນດີຈາກວົງການຕ່າງໆຂອງສອງປະເທດ ກໍຄືປະຊາຄົມໂລກ. ຈີນ ແລະ ອາເມຣິກາຄວນສືບຕໍ່ທຳຄວາມພະຍາຍາມ ເພື່ອເຮັດໃຫ້ “ວິໄສທັດຊານຟຣານຊິສໂກກາຍເປັນຄວາມຈິງ”. ເວົ້າສຳລັບອາເມຣິກາແລ້ວ, ການດັດແກ້ຄວາມຮັບຮູ້ທີ່ຜິດພາດກ່ຽວກັບຈີນ ແລະ ມີຄວາມເຫັນຕໍ່ການພັດທະນາຂອງຈີນຢ່າງຖືກຕ້ອງ ເປັນບັນຫາທີ່ຕ້ອງແກ້ໄຂໃຫ້ດີກ່ອນໝູ່ຢ່າງສະເໝີຕົ້ນສະເໝີປາຍ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn