ພາສາລາວ

ໄຟສັກສິດງານກິລາໂອລິມປິກປາຣີເດີນທາງມຸ່ງໜ້າສູ່ຝຣັ່ງຢ່າງເປັນທາງການ

CRI2024-04-28 11:00:36
Share
Share this with Close
Messenger Pinterest LinkedIn

ຕອນເຊົ້າວັນທີ 27 ເມສານີ້, ໄຟສັກສິດງານກິລາໂອລິມປິກປາຣີໄດ້ເດີນທາງຈາກນະຄອນຫຼວງອາແຕນປະເທດເກຣັກມຸ່ງໜ້າສູ່ຝຣັ່ງ, ຕາມແຜນການແລ້ວໄຟສັກສິດດັ່ງກ່າວຈະໄປຮອດທ່າກໍາປັ່ນມາໄຊຂອງຝຣັ່ງໃນວັນທີ 8 ພຶດສະພາໜ້ານີ້, ຫຼັງຈາກນັ້ນຈະເລີ່ມແລ່ນສົ່ງຕໍ່ທວນໄຟຢູ່ຝຣັ່ງ.

ຕອນຄໍ່າວັນທີ 26 ເມສານີ້ຢູ່ສະໜາມກິລາປານາທິໄນກອ໋ດທີ່ນະຄອນຫຼວງອາແຕນ, ຄະນະກໍາມະການໂອລິມປິກເກຣັກໄດ້ມອບໄຟສັກສິດງານກິລາໂອລິມປິກປາຣີໃຫ້ແກ່ຄະນະກໍາມະການຈັດງານກິລາໂອລິມປິກປາຣີຢ່າງເປັນທາງການ. ພາຍຫຼັງໄດ້ເກັບຮັກສາໄວ້ຢູ່ສະຖານທູດຝຣັ່ງປະຈໍາເກຣັກມາເປັນເວລາຄືນໜຶ່ງແລ້ວ, ໄຟສັກສິດດັ່ງກ່າວໄດ້ອອກຈາກເກຣັກມຸ່ງໜ້າສູ່ຝຣັ່ງໃນວັນທີ 27 ເມສານີ້ຢ່າງເປັນທາງການ.

ອີງຕາມແຫຼ່ງຂ່າວຈາກກະຊວງພາຍໃນຝຣັ່ງແຈ້ງໃຫ້ຮູ້ວ່າ: ໃນວັນທີ 8 ພຶດສະພາໜ້ານີ້, ຝຣັ່ງຈະຈັດກໍາລັງຕໍາຫຼວດປະມານ 6.000 ຄົນປະຈໍາຢູ່ສະຖານທີ່ຈັດງານຢູ່ນະຄອນມາໄຊເພື່ອເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ສະຖານທີ່ດັ່ງກ່າວ. ຄາດວ່າຈະມີປະຊາຊົນຫຼາຍກວ່າ 150.000 ຄົນໄປຕ້ອນຮັບໄຟສັກສິດຢູ່ທ່າກໍາປັ່ນດັ່ງກ່າວ. ຫຼັງຈາກນັ້ນ, ຈະເລີ່ມແລ່ນສົ່ງຕໍ່ທວນໄຟຢູ່ພາຍໃນຝຣັ່ງ ແລະ ສົ່ງຂ້າມຜ່ານມະຫາສະໝຸດເປັນເວລາສອງເດືອນປາຍ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn