ພາສາລາວ

ປະຊາຊົນຍີ່ປຸ່ນຈັດງານໂຮມຊຸມນຸມປະທ້ວງ ເພື່ອສະແດງຫຼັກໝັ້ນຄັດຄ້ານການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລອີກເທື່ອໜຶ່ງ

cri2024-04-27 16:35:41
Share
Share this with Close
Messenger Pinterest LinkedIn

ຕອນຄ່ຳວັນທີ 26 ເມສານີ້, ປະຊາຊົນຍີ່ປຸ່ນໄດ້ຈັດງານໂຮມຊຸມນຸມປະທ້ວງຢູ່ນະຄອນຫຼວງໂຕກຽວ ເພື່ອຄັດຄ້ານລັດຖະບານຍີ່ປຸ່ນ ທີ່ໄດ້ປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລອີກເທື່ອໜຶ່ງ ໂດຍບໍ່ເອົາຫົວຊານຳການຄັດຄ້ານຂອງຝ່າຍຕ່າງໆ ແລະໄດ້ສະແດງຄວາມເປັນຫ່ວງຢ່າງໜັກໜ່ວງຕໍ່ເຫດການດ້ານຄວາມປອດໄພທີ່ເກີດຂຶ້ນເລື້ອຍໆໃນຂະບວນການປ່ອຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ.

ຜູ້ປະທ້ວງກ່າວວ່າ, ການທີ່ປ່ອຍສານກຳມັນຕະພາບລັງສີລົງສູ່ທະເລນັ້ນ, ເຖິງວ່າປັດຈຸບັນເບິ່ງບໍ່ອອກຫຍັງ, ແຕ່ເມື່ອຫຼາຍສິບປີຫຼືຫຼາຍຮ້ອຍປີຜ່ານໄປແລ້ວ ຈະມີຜົນສະທ້ອນແນວໃດແດ່? ຈະມີຜົນກະທົບຕໍ່ສິ່ງແວດລ້ອມແລະມະນຸດເອງບໍ່? ພວກເຮົາມີຄວາມເປັນຫ່ວງຕໍ່ເລື່ອງນີ້, ການປ່ອຍນ້ຳປົນເປື້ອນລັງສີນິວເຄລຍຄວນຢຸດເຊົາຢ່າງເດັດຂາດ.

ປະຊາຊົນຟຸຄຸຊິມະທີ່ໄປລີ້ໄພຢູ່ແຫ່ງຕ່າງໆ ຍ້ອນອຸບັດເຫດໂຮງໄຟຟ້ານິວເຄລຍຟຸຄຸຊິມະ ຈຳນວນໜຶ່ງ ກໍ່ໄດ້ເຂົ້າຮ່ວມງານໂຮມຊຸມນຸມດັ່ງກ່າວ. ເຂົາເຈົ້າກ່າວວ່າ, ບໍລິສັດພະລັງງານໄຟຟ້າໂຕກຽວຊຳລະແກ້ໄຂບັນຫາທີ່ເກີດຂຶ້ນຍ້ອນອຸບັດເຫດນິວເຄລຍຟຸຄຸຊິມະ ການສ້າງຟຸຄຸຊິມະຄືນໃໝ່ແລະບັນຫາອື່ນໆລ້ວນແຕ່ດຳເນີນຢ່າງຊັກຊ້າຫຼາຍ. ປະຊາຊົນຟຸຄຸຊິມະທີ່ອອກໄປລີ້ໄພນັ້ນເຫັນວ່າແລະການກັບຄືນສູ່ບ້ານເກີດເມືອງນອນ, ການສ້າງສາບ້ານເກີດຄືນໃໝ່ ຍັງເປັນເລື່ອງທີ່ໄກຫຼາຍ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ນາງເຊີນລີ້ຈວິ່ນ: ຍອມເປັນຫີນນ້ອຍໆກ້ອນໜຶ່ງໃນວົງສິລະປິນງິ້ວ

ລະຄອນວິທະຍຸເລື່ອງ“ວິວັດທະນາການຂອງບ້ານພູດອຍ”

ພັດທະນາການທ່ອງທ່ຽວເພື່ອສືບທອດມໍລະດົກວັດທະນະທຳນາມະທຳຂອງຊົນເຜົ່າໃຫ້ດີຂຶ້ນ

ຍັດຕິວ່າດ້ວຍການຊ່ວຍເຫຼືອຕ່າງປະເທດຂອງອາເມຣິກາໄດ້ສ້າງຜົນກຳໄລຢ່າງຫຼວງຫຼາຍໃຫ້ແກ່ວິສາຫະກິດອາວຸດຍຸດໂທປະກອນຂອງຕົນ

ນັກຂ່າວສື່ມວນຊົນລາວຝາກຄວາມຫວັງຕໍ່ກິດຈະກຳ“‘ຄູ່ຮ່ວມສື່ມວນຊົນອາຊຽນ’ເບິ່ງຈີນຮ່ວມກັນ”

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn