ພາສາລາວ

ກຸ່ມບໍລິສັດ BMW ເພີ່ມການລົງທຶນຢູ່ຈີນ

cri2024-04-27 16:36:57
Share
Share this with Close
Messenger Pinterest LinkedIn

ວັນທີ 26 ເມສານີ້, ກຸ່ມບໍລິສັດ BMW ຂອງເຢຍລະມັນໄດ້ປະກາດວ່າຈະເພີ່ມທະວີການລົງທຶນຢູ່ຈີນ ໂດຍມີແຜນຈະເພີ່ມການລົງທຶນຈຳນວນ 20 ຕື້ຢວນຢູ່ແຫຼ່ງຜະລິດທີ່ຕັ້ງຢູ່ນະຄອນເສີນຢາງ, ແຂວງລຽວນີງຂອງຈີນ. ປະທານກຸ່ມບໍລິສັດ BMW ກ່າວວ່າ, ການລົງທຶນງວດນີ້ໄດ້ສະແດງໃຫ້ເຫັນເຖິງຄວາມໝັ້ນໃຈຂອງກຸ່ມບໍລິສັດ BMW ທີ່ມີຕໍ່ເສດຖະກິດຈີນ.

ການລົງທຶນງວດນີ້ຈະສຸມໃສ່ການປັບປຸງຍົກລະດັບ ແລະ ປະດິດສ້າງໃໝ່ດ້ານເຕັກນິກຕໍ່ໂຮງງານຜະລິດປະຈຳຈີນຂອງກຸ່ມບໍລິສັດ BMW. ປັດຈຸບັນນີ້, ຈໍານວນພະນັກງານກຳມະກອນຄົນຈີນໄດ້ກວມ 1 ສ່ວນ 5 ຂອງຍອດຈຳນວນພະນັກງານໃນທົ່ວໂລກຂອງກຸ່ມບໍລິສັດ BMW. ໃນນັ້ນ, ກຸ່ມບໍລິສັດ BMW ມີພະນັກງານກຳມະກອນຄົນຈີນດ້ານການຄົ້ນຄວ້າ ແລະ ພັດທະນາຫຼາຍກວ່າ 3200 ຄົນ, ຈີນໄດ້ກາຍເປັນແຫຼ່ງຄົ້ນຄວ້າ ແລະ ພັດທະນາໃຫຍ່ທີ່ສຸດທີ່ນອກຈາກເຢຍລະມັນຂອງກຸ່ມບໍລິສັດ BMW.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ນາງເຊີນລີ້ຈວິ່ນ: ຍອມເປັນຫີນນ້ອຍໆກ້ອນໜຶ່ງໃນວົງສິລະປິນງິ້ວ

ລະຄອນວິທະຍຸເລື່ອງ“ວິວັດທະນາການຂອງບ້ານພູດອຍ”

ພັດທະນາການທ່ອງທ່ຽວເພື່ອສືບທອດມໍລະດົກວັດທະນະທຳນາມະທຳຂອງຊົນເຜົ່າໃຫ້ດີຂຶ້ນ

ຍັດຕິວ່າດ້ວຍການຊ່ວຍເຫຼືອຕ່າງປະເທດຂອງອາເມຣິກາໄດ້ສ້າງຜົນກຳໄລຢ່າງຫຼວງຫຼາຍໃຫ້ແກ່ວິສາຫະກິດອາວຸດຍຸດໂທປະກອນຂອງຕົນ

ນັກຂ່າວສື່ມວນຊົນລາວຝາກຄວາມຫວັງຕໍ່ກິດຈະກຳ“‘ຄູ່ຮ່ວມສື່ມວນຊົນອາຊຽນ’ເບິ່ງຈີນຮ່ວມກັນ”

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn