ພາສາລາວ

ອິດສະຣາແອນຢືນຢັນວ່າກອງທັບອາເມຣິກາເລີ່ມກໍ່ສ້າງທ່າກຳປັ່ນຊົ່ວຄາວຢູ່ເຂດກາຊາ

CRI2024-04-26 14:49:07
Share
Share this with Close
Messenger Pinterest LinkedIn

ຕອນຄ່ຳວັນທີ 25 ເມສານີ້, ຝ່າຍທະຫານອິດສະຣາແອນໄດ້ອອກຖະແຫຼງການວ່າ: ອາເມຣິກາເລີ່ມກໍ່ສ້າງທ່າກຳປັ່ນຊົ່ວຄາວຢູ່ເຂດກາຊາຂອງປະແລັດສະຕິນ, ທະຫານອິດສະຣາແອນຮັບຜິດຊອບ “ການຮັກສາຄວາມປອດໄພແລະສະໜັບສະໜູນພະລາທິການ”.

ຖະແຫຼງການລະບຸວ່າ: ກອງທັບອິດສະຣາແອນໄດ້ອະນຸມັດຂໍ້ລິເລີ່ມໃໝ່ສະບັບໜຶ່ງກ່ຽວກັບການກໍ່ສ້າງ “ແລວທາງພະລາທິການ” ຢູ່ຝັ່ງທະເລເຂດກາຊາທີ່ນຳພາໂດຍກອງບັນຊາການສູນກາງອາເມຣິກາ, ເຊິ່ງຈະອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງເຄື່ອງຊ່ວຍເຫຼືອເຂົ້າສູ່ເຂດກາຊາ. ທະຫານອິດສະຣາແອນຈະຮັບຜິດຊອບ “ການຮັກສາຄວາມປອດໄພແລະສະໜັບສະໜູນດ້ານພະລາທິການ” ໃຫ້ແກ່ການກໍ່ສ້າງທ່າກຳປັ່ນດັ່ງກ່າວ.

ວັນທີ 25 ເມສານີ້, ທ່ານພາທຣິກ ໄຣ ໂຄສົກກະຊວງປ້ອງກັນປະເທດອາເມຣິກາໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ກອງທັບເຮືອອາເມຣິກາໄດ້ເລີ່ມກໍ່ສ້າງທ່າກຳປັ່ນແລະເຂື່ອນຊົ່ວຄາວຢູ່ເຂດທະເລໃກ້ກັບເຂດກາຊາໃນທະເລເມດີເຕຣາເນ, ປັດຈຸບັນນີ້ກຳລັງດຳເນີນໂຄງການໃນເບື້ອງຕົ້ນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn