ປະທານາທິບໍດີປາກິດສະຖານກ່າວວ່າຈີນແມ່ນເພື່ອນມິດທີ່ໜ້າເຊື່ອຖືທີ່ສຸດ
ວັນທີ 24 ເມສານີ້, ທ່ານລົວ ຈ້າວ ຮຸ່ຍ ຫົວໜ້າອົງການເພື່ອການພັດທະນາແລະຮ່ວມມືສາກົນແຫ່ງຊາດຈີນໄດ້ເຂົ້າຢ້ຽມຄຳນັບທ່ານອາຊິຟ ອາລີ ຊາດາຣີ ປະທານາທິບໍດີປາກິດສະຖານທີ່ນະຄອນຫຼວງອິສລາມາບັດຂອງປາກິດສະຖານ. ທ່ານອາຊິຟ ອາລີ ຊາດາຣີກ່າວວ່າ: ປາກິດສະຖານກັບຈີນແມ່ນສອງປະເທດທີ່ເຄົາລົບນັບຖືເຊິ່ງກັນແລະກັນ, ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ການຮ່ວມມືຕົວຈິງໃນແຕ່ລະຂົງເຂດໄດ້ຮັບຜົນສຳເລັດຢ່າງອຸດົມສົມບູນ, ຈີນແມ່ນເພື່ອນມິດທີ່ໜ້າເຊື່ອຖືທີ່ສຸດຂອງປາກິດສະຖານ, ຄອງຄອຍຈະສືບຕໍ່ເພີ່ມທະວີການຮ່ວມມືກັບຈີນໃນແຕ່ລະຂົງເຂດຢ່າງຕໍ່ເນື່ອງ.
ທ່ານລົວ ຈ້າວ ຮຸ່ຍກ່າວວ່າ: ແລວທາງເສດຖະກິດຈີນ-ປາກິດສະຖານເປັນໂຄງການຄັນທຸງທີ່ສຳຄັນ, ໄດ້ຮັບຜົນສຳເລັດຢ່າງໃຫຍ່ຫຼວງ. ຂໍ້ລິເລີ່ມການພັດທະນາທົ່ວໂລກທີ່ໄດ້ຮັບການຊຸກຍູ້ແລະຈັດຕັ້ງປະຕິບັດໂດຍສອງຝ່າຍກໍໄດ້ຮັບຄວາມຄືບໜ້າຢ່າງຕັ້ງໜ້າ. ຈີນຍິນດີຮ່ວມກັບປາກິດສະຖານຊຸກຍູ້ການຮ່ວມມືຕົວຈິງໃນແຕ່ລະຂົງເຂດຢ່າງໜັກແໜ້ນຕື່ມອີກ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ