ພາສາລາວ

ຈັດວັນພາສາຈີນອົງການສະຫະປະຊາຊາດ ກໍຄືງານຮູບເງົາ CMG ຢູ່ຕ່າງປະເທດຄັ້ງທີ 4 ຢ່າງສຳເລັດຜົນ

CRI2024-04-24 15:47:51
Share
Share this with Close
Messenger Pinterest LinkedIn

ວັນທີ 23 ເມສານີ້, ກິດຈະກຳວັນພາສາຈີນອົງການສະຫະປະຊາຊາດ ກໍຄືງານຮູບເງົາວິທະຍຸໂທລະພາບສູນກາງຈີນ ຫຼື CMG ຢູ່ຕ່າງປະເທດຄັ້ງທີ 4ທີ່ຮ່ວມກັນຈັດຂຶ້ນໂດຍ CMG, ສຳນັກງານອົງການສະຫະປະຊຊາດປະຈຳເຊີແນວ, ຄະນະຜູ້ຕາງໜ້າຖາວອນຈີນປະຈຳສຳນັກງານອົງການສະຫະປະຊາຊາດແລະ ອົງການຈັດຕັ້ງສາກົນອື່ນໆທີ່ນະຄອນເຊີແນວຂອງສະວິສໄດ້ຈັດຂຶ້ນຢູ່ຫໍນາໆຊາດສຳນັກງານອົງການສະຫະປະຊາຊາດປະຈຳເຊີແນວ. ມີຜູ້ຕາງໜ້າ, ນັກການທູດທີ່ເປັນຊາວໜຸ່ມທີ່ມາຈາກ 50 ກວ່າປະເທດ ພ້ອມທັງເຈົ້າໜ້າທີ່ອົງການຈັດຕັ້ງສາກົນ ແລະ ອົງການອື່ນໆປະຈຳເຊີແນວ ລວມທັງໝົດ 300 ກວ່າຄົນໄດ້ເຂົ້າຮ່ວມກິດຈະກຳເທື່ອນີ້.

ທ່ານເຊີ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ ຜູ້ອຳນວນການໃຫຍ່ CMG ໄດ້ກ່າວຄຳປາໄສຜ່ານທາງວິດີໂອໂດຍກ່າວວ່າ: ຫວັງວ່າຜ່ານກິດຈະກຳເທື່ອນີ້ຈະສາມາດດຶງດູດຊາວໜຸ່ມຕ່າງປະເທດຫຼາຍກວ່າເກົ່າມາຢ້ຽມຢາມຈີນ ເພື່ອສຳຜັດກັບຈີນໃນຍຸກສະໄໝໃໝ່ຢ່າງແທ້ຈິງ ແລະຮອບດ້ານ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn