ຈີນຮຽກຮ້ອງໃຫ້ເຈົ້າໜ້າທີ່ໂກໂຊໂວຍຸດຕິການກະທຳແຕ່ຝ່າຍດຽວທີ່ເຮັດໃຫ້ຂໍ້ຂັດແຍ້ງ ແລະ ການເປັນປໍລະປັກກັນຮ້າຍແຮງຂຶ້ນ
ວັນທີ 22 ເມສານີ້, ທ່ານຟູ້ຊົ່ງ ຜູ້ຕາງໜ້າຖາວອນຈີນປະຈຳອົງການສະຫະປະຊາຊາດໄດ້ກ່າວຄຳປາໄສໃນກອງປະຊຸມເປີດກວ້າງກ່ຽວກັບບັນຫາໂກໂຊໂວຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດໂດຍຮຽກຮ້ອງໃຫ້ເຈົ້າໜ້າທີ່ໂກໂຊໂວຍຸດຕິການກະທຳແຕ່ຝ່າຍດຽວທີ່ເຮັດໃຫ້ຂໍ້ຂັດແຍ້ງ ແລະ ການເປັນປໍລະປັກກັນຮ້າຍແຮງຂ້ຶນ.
ທ່ານຟູ້ຊົ່ງກ່າວວ່າ: ໃນໄລຍະໜຶ່ງຜ່ານມານີ້, ສະຖານະການຢູ່ພາກເໜືອໂກໂຊໂວເຄັ່ງຕຶງຂຶ້ນ, ເຫດການໃຊ້ກຳລັງຮຸນແຮງເກີດຂຶ້ນຢູ່ເລື້ອຍໆ. ເຈົ້າໜ້າທີ່ໂກໂຊໂວປະກາດວ່າ ຫ້າມບໍ່ໃຫ້ໃຊ້ເງິນຕາແຊັກບີ ແລະ ກວດກາຊາວເຊື້ອສາຍແຊັກບີດ້ວຍຄວາມຮຸນແຮງ, ໄດ້ສ້າງຜົນກະທົບຢ່າງໜັກໜ່ວງຕໍ່ຊີວິດການເປັນຢູ່ທີ່ເປັນປົກກະຕິຂອງຊາວເຊື້ອສາຍແຊັບບີ, ໄດ້ສ້າງຄວາມຢ້ານກົວ ແລະ ເຮັດໃຫ້ສະຖານະການເຄັ່ງຕຶງຂຶ້ນ, ຈີນໄດ້ເອົາໃຈໃສ່ນຳເລື່ອງນີ້ຢ່າງໃກ້ຊິດ. ຈີນຮຽກຮ້ອງໃຫ້ເຈົ້າໜ້າທີ່ໂກໂຊໂວຍົກເລີກຂໍ້ຕົກລົງທີ່ບໍ່ສົມເຫດສົມຜົນທີ່ກ່ຽວຂ້ອງ, ຍຸດຕິການກະທຳແຕ່ຝ່າຍດຽວທີ່ຈະເຮັດໃຫ້ຂໍ້ຂັດແຍ້ງ ແລະ ການເປັນປໍລະປັກກັນຮ້າຍແຮງຂຶ້ນຕື່ມ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ
ລະຄອນວິທະຍຸເລື່ອງ“ວິວັດທະນາການຂອງບ້ານພູດອຍ”
ທ່ຽວກຳແພງເມືອງຈີນໃນລະດູບານໃໝ່ ຊົມທິວທັດທີ່ສວຍງາມ
ພົບກັບທ່ານສີຈິ້ນຜິງ|ເພິ່ນຮູ້ດີວ່າຈີນຢາກໄດ້ຫຍັງ ແລະ ຄວນກ້າວໄປສູ່ທິດທາງໃດ
ລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວຊຸກຍູ້ໃຫ້ການໄປມາຫາສູ່ກັນຂອງປະຊາຊົນ ແລະ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່
ສະພາບການພັດທະນາແບບໃໝ່ “ສອງຮອບວຽນເສດຖະກິດ”
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved