ພາສາລາວ

ນາຍົກປາປົວນິວກີເນຕ້ອນຮັບທ່ານຫວາງຢີ້

CRI2024-04-22 15:40:23
Share
Share this with Close
Messenger Pinterest LinkedIn

ວັນທີ 21 ເມສານີ້, ທ່ານເຈມສ ມາຣາເປ ນາຍົກລັດຖະມົນຕີປາປົວນິວກີເນໄດ້ພົບປະກັບທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກຄອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນຢູ່ທ່າກຳປັ່ນໂມເຣັສບີ, ເຊິ່ງສອງຝ່າຍໄດ້ດຳເນີນການແລກປ່ຽນຢ່າງມີໄມຕີຈິດມິດຕະພາບ.

ທ່ານຫວາງຢີ້ກ່າວວ່າ: ຈີນແລະປາປົວນິວກີເນໄດ້ສະໜັບສະໜູນເຊິ່ງກັນແລະກັນຢ່າງໝັ້ເດັດດ່ຽວໜຽວແໜ້ນໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດແກນກາງຂອງກັນແລະກັນຢ່າງສະເໝີຕົ້ນສະເໝີປາຍ, ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຜົນປະໂຫຍດລະຫວ່າງສອງປະເທດແມ່ນໄດ້ຮັບການບຸກເບີກລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ. ຍິນດີເລັ່ງລັດການເຈລະຈາກ່ຽວກັບສັນຍາການຄ້າເສລີກັບປາປົວນິວກີເນ, ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດການຄ້າ, ພະລັງງານ, ການທະນາຄານແລະຂົງເຂດອື່ນໆ.

ທ່ານເຈມສ ມາຣາເປກ່າວວ່າ: ການພັດທະນາຂອງຈີນໄດ້ສະໜອງກຳລັງແຮງເຂົ້າໃນການເຕີບໂຕດ້ານເສດຖະກິດຂອງໂລກ, ຍັງໄດ້ນຳເອົາໂອກາດທີ່ສຳຄັນໃຫ້ແກ່ປະເທດອື່ນໆ. ປາປົວນິວກີເນຍິນດີຖອດຖອນບົດຮຽນຢ່າງສຳເລັດຜົນຂອງຈີນ, ເລັ່ງລັດການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຜົນປະໂຫຍດໃນແຕ່ລະຂົງເຂດກັບຈີນ, ເພື່ອບັນລຸການພັດທະນາແບບຍືນຍົງຂອງປາປົວນິວກີເນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn