ພາສາລາວ

ອາເມຣິກາອອກສຽງຄັດຄ້ານຄຳຮ້ອງຂໍເຂົ້າເປັນສະມາຊິກອົງການສປຊຂອງປາແລັດສະຕິນ

cri2024-04-19 15:35:55
Share
Share this with Close
Messenger Pinterest LinkedIn

ຕອນບ່າຍວັນທີ 18 ເມສານີ້, ຍ້ອນອາເມຣິກາທີ່ເປັນປະເທດສະມາຊິກຖາວອນຂອງສະພາຄວາມໝັ້ນຄົງໄດ້ອອກສຽງຄັດຄ້ານ, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດຈຶ່ງບໍ່ສາມາດຮັບຮອງເອົາຮ່າງມະຕິທີ່ “ສະເໜີໃຫ້ອົງການສປຊຮັບເອົາປາແລັດສະຕິນເຂົ້າເປັນປະເທດສະມາຊິກທາງການຂອງອົງການສປຊ”.

ຫຼັງການລົງຄະແນນສຽງແລ້ວ ທ່ານຟູ້ຊົ່ງ ຜູ້ຕາງໜ້າຖາວອນຈີນປະຈຳອົງການສປຊໄດ້ກ່າວວ່າ: ຍ້ອນອາເມຣິກາອອກສຽງຄັດຄ້ານ, ຈຶ່ງເຮັດໃຫ້ການຮ້ອງຂໍເຂົ້າເປັນປະເທດສະມາຊິກທາງການຂອງອົງການສປຊຂອງປາແລັດສະຕິນຖືກປະຕິເສດ ແລະເຮັດໃຫ້ຄວາມໄຝ່ຝັນທີ່ຄອງຄອຍຫຼາຍສິບປີຂອງປະຊາຊົນປາແລັດສະຕີນຖືກທຳລາຍແຕກສະຫຼາຍ. ຈີນສະແດງຄວາມຜິດຫວັງຕໍ່ການຕັດສິນໃຈຂອງອາເມຣິກາ.

ທ່ານຟູ້ຊົ່ງຊີ້ໃຫ້ເຫັນວ່າ: ການສ້າງເປັນປະເທດເອກະລາດ ແມ່ນຄວາມປາດຖະໜາມາຫຼາຍຮຸ່ນຄົນຂອງປະຊາຊົນປາແລັດສະຕິນ, ການເຂົ້າຮ່ວມເປັນສະມາຊິກຂອງອົງການສປຊຢ່າງເປັນທາງການແມ່ນບາດກ້າວທີ່ສຳຄັນໃນຂະບວນການປະຫວັດສາດນີ້. ເຖິງຢ່າງໃດກໍຕາມ ຈຸດປະສົງສຸດທ້າຍໃນການແກ້ໄຂບັນຫາຕາເວັນອອກກາງຍັງຕ້ອງແມ່ນບັນລຸ “ແຜນການສອງປະເທດ”. ພາຍໃຕ້ສະພາບການທີ່ອິດສະຣາແອນຍິ່ງນັບມື້ນັບປະຕິເສດ “ແຜນການສອງປະເທດ” ຢ່າງຈະແຈ້ງນັ້ນ, ຖ້າອົງການສປຊຮັບເອົາປາແລັດສະຕິນເປັນປະເທດສະມາຊິກທາງການແລ້ວ ຈະເຮັດໃຫ້ປາແລັດສະຕິນຊົມໃຊ້ຖານະສະເໝີພາບຄືກັບອິດສະຣາແອນ ເຊິ່ງຈະຊ່ວຍສ້າງເງື່ອນໄຂໃຫ້ແກ່ການຟື້ນຟູການເຈລະຈາລະຫວ່າງປາແລັດສະຕິນກັບອິດສະຣາແອນ. ທຸກໆປະເທດທີ່ສະໜັບສະໜູນ “ແຜນການສອງປະເທດ”ຢ່າງຈິງໃຈນັ້ນ ລ້ວນແຕ່ບໍ່ຄວນຄັດຄ້ານປາແລັດສະຕິນເຂົ້າຮ່ວມເປັນສະມາຊິກອົງການສປຊຢ່າງເປັນທາງການ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn