ພາສາລາວ

ອັງກິດ ແລະອາເມຣິກາປະກາດວ່າຈະປະຕິບັດການລົງໂທດຕໍ່ອີຣານ

cri2024-04-19 15:25:56
Share
Share this with Close
Messenger Pinterest LinkedIn

ວັນທີ 18 ເມສານີ້, ລັດຖະບານອັງກິດ ແລະອາເມຣິກາໄດ້ອອກຖະແຫຼງການຕາມລຳດັບ, ປະກາດວ່າຈະປະຕິບັດການລົງໂທດຕໍ່ຫຼາຍບຸກຄົນ ແລະອົງກອນຂອງອີຣານ ເພື່ອຕອບໂຕ້ການໂຈມຕີຂອງອີຣານຕໍ່ອິດສະຣາແອນເມື່ອບໍ່ດົນມານີ້.

ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ອອກຖະແຫຼງການໃນມື້ດຽວກັນວ່າ: ເປົ້າໝາຍການລົງໂທດແມ່ນຈະກວມເອົາຜູ້ນຳ ແລະອົງກອນທີ່ກ່ຽວພັນເຖິງກອງກຳລັງປ້ອງກັນປະຕິວັດອິດສະລາມຂອງອີຣານ, ກະຊວງປ້ອງກັນປະເທດອີຣານ, ໂຄງການລູກສອນໄຟ ແລະເຮືອບິນບໍ່ມີຄົນຂັບທີ່ເປັນຂອງລັດຖະບານອີຣານ. ມາດຕະການລົງໂທດຄື: ເກືອດຫ້າມການທ່ອງທ່ຽວ ແລະອາຍັດຊັບສິນສ່ວນຕົວຕໍ່ບຸກຄົນທີ່ກ່ຽວຂ້ອງ ກໍຄືການອາຍັດຊັບສິນຕໍ່ອົງກອນທີ່ກ່ຽວຂ້ອງ.

ຕອນເຊົ້າຂອງວັນທີ 14 ເມສານີ້, ກອງກຳລັງປ້ອງກັນປະຕິວັດອິດສະລາມຂອງອີຣານໄດ້ອອກຖະແຫຼງການວ່າ: ໄດ້ຍິງລູກສອນໄຟ ແລະເຮືອບິນບໍ່ມີຄົນຂັບຫຼາຍສິບລຳເຂົ້າໂຈມຕີດີນແດນອິດສະຣາແອນ ເພື່ອຕອບໂຕ້ທີ່ອິດສະຣາແອນໄດ້ໂຈມຕີສະຖານທູດອີຣານປະຈຳຊີຣີໃນວັນທີ 1 ເມສານີ້.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn