ພາສາລາວ

ເຈົ້າໜ້າທີ່IMFກ່າວວ່າ: ການປະດິດສ້າງໃໝ່ໄດ້ກາຍເປັນກຳລັງຂັບເຄື່ອນທີ່ສຳຄັນຂອງການພັດທະນາເສດຖະກິດຈີນ

cri2024-04-18 14:58:12
Share
Share this with Close
Messenger Pinterest LinkedIn

ວັນທີ 17 ເມສານີ້, ທ່ານວິເຕິ ກາສປາຣ ຫົວໜ້າພະແນກການເງິນຂອງອົງການກອງທຶນເງິນຕາສາກົນ ຫຼືIMFໄດ້ໃຫ້ສຳພາດຕໍ່ນັກຂ່າວCMGວ່າ: ການປະດິດສ້າງໃໝ່ໄດ້ກາຍເປັນກຳລັງຂັບເຄື່ອນທີ່ສຳຄັນຂອງການພັດທະນາເສດຖະກິດຈີນ.

ທ່ານກາສປາຣກ່າວວ່າ: ການປະດິດສ້າງໃໝ່ ແລະກຳລັງການຜະລິດຄຸນນະພາບໃໝ່ແມ່ນວຽກງານບຸລິມະສິດທີ່ສຳຄັນຂອງຈີນ ແລະຈີນກໍໄດ້ບັນລຸຜົນງານທີ່ສຳຄັນຫຼາຍດ້ານ ຄື: ຂົງເຂດການຜະລິດພະລັງງານສີຂຽວ, ລົດພະລັງງານໃໝ່ ແລະອື່ນໆ. ປັດຈຸບັນນີ້, ຫຼາຍປະເທດພວມພະຍາຍາມຫັນໄປສູ່ການປະດິດສ້າງໃໝ່, ສີຂຽວ ແລະກາກບອນຕ່ຳ ເຊິ່ງສະແດງໃຫ້ເຫັນເຖິງຄວາມສຳຄັນຂອງການຮ່ວມມືໃນທົ່ວໂລກ, ພວກເຮົາເຫັນວ່າ: ຈີນມີບົດບາດທີ່ສຳຄັນຫຼາຍຕໍ່ການຮ່ວມມືດັ່ງກ່າວໃນທົ່ວໂລກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn