ພາສາລາວ

ສະຫະພາບເອີຣົບວາງແຜນຈະເພີ່ມທະວີການລົງໂທດຕໍ່ອີຣານ

cri2024-04-18 14:59:00
Share
Share this with Close
Messenger Pinterest LinkedIn

ວັນທີ 17 ເມສານີ້, ກອງປະຊຸມສຸດຍອດສະຫະພາບເອີຣົບທີ່ດຳເນີນໄປເປັນເວລາ 2 ວັນນັ້ນໄດ້ຈັດຂຶ້ນຢູ່ນະຄອນຫຼວງບຣຸກແຊນປະເທດແບນຊິກ.

ໃນກອງປະຊຸມສຸດຍອດດັ່ງກ່າວ, ຫຼາຍປະເທດສະມາຊິກສະຫະພາບເອີຣົບໄດ້ສະເໜີໃຫ້ເພີ່ມທະວີການລົງໂທດຕໍ່ອີຣານ, ລວມທັງການລົງໂທດຕໍ່ການຜະລິດເຮືອບິນບໍ່ມີຄົນຂັບ ແລະລູກສອນໄຟໃຫ້ຫຼາຍກວ່າເກົ່າ. ຂະນະດຽວກັນ, ລັດຖະມົນຕີກະຊວງການຕ່າງປະເທດສະຫະພາບຂອງບັນດາປະເທດເອີຣົບຍັງຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງຂອງອິດສະຣາແອນ ແລະອີຣານຈົ່ງໃຊ້ຄວາມອົດກັ້ນຢ່າງສູງສຸດ ເພື່ອຫຼີກເວັ້ນການກະທຳໃດໆທີ່ອາດຈະເຮັດໃຫ້ເກີດຄວາມເຄັ່ງຕຶງໃນພາກພື້ນຮ້າຍແຮງຂຶ້ນ ແລະຮຽກຮ້ອງໃຫ້ອິດສະຣາແອນຢ່າປະຕິບັດການຕອບໂຕ້ອີຣານ.

ສື່ມວນຊົນອັງກິດລາຍງານວ່າ: ສາເຫດໂດຍກົງຂອງການໂຈມຕີທາງທະຫານຂອງອີຣານຕໍ່ອິດສະຣາແອນແມ່ນອິດສະຣາແອນໄດ້ໂຈມຕີອາຄານສະຖານທູດຂອງອີຣານປະຈຳຊີຣີ, ແຕ່ສາເຫດຫຼັກຂອງຄວາມເຄັ່ງຕຶງໃນພາກພື້ນແມ່ນຜົນກະທົບຈາກການປະທະກັນຢູ່ເຂດກາຊາໄດ້ແຜ່ອອກສູ່ພາຍນອກ. ບັນດາປະເທດຕາເວັນຕົກບໍ່ໄດ້ຜະເຊີນໜ້າກັບສາເຫດຂອງບັນຫາ, ແຕ່ຢາກບັນລຸສັນຕິພາບໃນພາກພື້ນດ້ວຍການລົງໂທດອີຣານ ເຊິ່ງສະແດງໃຫ້ເຫັນ 2 ມາດຕະຖານຂອງປະເທດເຫຼົ່ານີ້ໃນນະໂຍບາຍຕາເວັນອອກກາງຢ່າງຈະແຈ້ງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn