ພາສາລາວ

ປະຊາຊົນຍີ່ປຸ່ນກ່າວຟ້ອງແລະຮຽກຮ້ອງໃຫ້ຍຸດຕິການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

cri2024-04-18 14:49:00
Share
Share this with Close
Messenger Pinterest LinkedIn

ຫວ່າງມໍ່ໆມານີ້ ປະຊາຊົນຍີ່ປຸ່ນພາກັນກ່າວຟ້ອງລັດຖະບານແລະບໍລິສັດພະລັງງານໄຟຟ້າໂຕກຽວ ເພື່ອຮຽກຮ້ອງໃຫ້ຍຸດຕິການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ.

ມາຮອດປັດຈຸບັນນີ້, ໄດ້ມີ 360 ກວ່າຄົນເຂົ້າຮ່ວມເປັນກຸ່ມໂຈດຂະໜາດໃຫຍ່ທີ່ສຸດຢູ່ຍີ່ປຸ່ນແລະຮຽກຮ້ອງໃຫ້ຍຸດຕິການລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ, ເຂົາເຈົ້າຮຽກຮ້ອງໃຫ້ຍຸດຕິການກະທຳດັ່ງກ່າວທີ່ຈະສ້າງຜົນຮ້າຍຢ້ອນຫຼັງໃຫ້ສິ່ງແວດລ້ອມທາງທະເລຂອງທົ່ວໂລກແລະສຸຂະພາບຂອງມວນມະນຸດ, ທະເລເປັນຂອງມວນມະນຸດ, ຫາກບໍ່ແມ່ນຖັງໃສ່ຂີ້ເຫຍື້ອ.

ຍີ່ປຸ່ນບໍ່ເອົາຫົວຊານຳການຄັດຄ້ານຈາກປະເທດອ້ອມຂ້າງແລະຄວາມເປັນຫ່ວງຂອງປະຊາຄົມໂລກ, ຊູຊີລະບາຍນ້ຳປົນເປື້ອນລັງສີນິວເຄລຍຂອງໂຮງໄຟຟ້າ ຟຸຄຸຊິມະໃຫ້ລົງສູ່ທະເລ. ນອກນີ້, ນັບແຕ່ເລີ່ມລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລເປັນຕົ້ນມາ, ບໍລິສັດພະລັງງານໄຟຟ້າເລກໜຶ່ງໂຕກຽວທີ່ຮັບຜິດຊອບໂຮງໄຟຟ້າ ຟຸຄຸຊິມະ ຍັງປະຕິບັດງານບໍ່ຖືກຕ້ອງ, ການຄຸ້ມຄອງດູແລກໍບໍ່ມີຄວາມລະມັດລະວັງ ຈົນເຮັດໃຫ້ເກີດອຸບັດເຫດເລື້ອຍໆ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn