ພາສາລາວ

ການພັດທະນາຂອງຈີນເປັນຄວາມສ່ຽງ ຫຼື ກາລະໂອກາດ?

CRI2024-04-17 16:57:35
Share
Share this with Close
Messenger Pinterest LinkedIn

ເດືອນເມສາປີ 1994, ບັນດາລັດຖະມົນຕີການຄ້າຈາກທົ່ວໂລກໄດ້ມາເຕົ້າໂຮມກັນຢູ່ ມາຣາເຄັດMarrakech ປະເທດໂມໂຣໂກເພື່ອລົງນາມໃນສັນຍາ ສ້າງຕັ້ງອົງການການຄ້າໂລກໃນຄັ້ງໜ້າແມ່ນເຕັມໄປດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ. ແຕ່ບັນຍາກາດໃນປັດຈຸບັນຫາກໄດ້ຈືດຈາງລົງຢ່າງຫຼວງຫຼາຍເມື່ອທຽບໃສ່ 30 ປີກ່ອນ. ສາເຫດກໍຍ້ອນວ່າເກີດມີສະພາບການເຄັ່ງຕຶງຂອງການເມືອງພູມີພາກ, ຄວາມບໍ່ແນ່ນອນຂອງນະໂຍບາຍເສດຖະກິດ, ແລະ ລັດທິປົກປ້ອງການຄ້າເຮັດໃຫ້ການຄ້າເສລີທີ່ລິເລີ່ມໂດຍອົງການການຄ້າໂລກປະເຊີນກັບສິ່ງທ້າທາຍທີ່ໜັກໜ່ວງ.

ໃນຂະບວນການທີ່ເສດຖະກິດກ້າວສູ່ການພັດທະນາດ້ວຍຄຸນນະພາບສູງ, “ຜະລິດຕະພັນໃໝ່ 3 ຢ່າງ” ຄື ລົດໄຟຟ້າ, ໝໍ້ໄຟຟ້າລີທຽມ ແລະ ຜະລິດຕະພັນຜະລິດໄຟຟ້າດ້ວຍແສງຕາເວັນຂອງຈີນໄດ້ຮັບຄວາມນິຍົມຊົມຊອບຫຼາຍໃນຕະຫຼາດທົ່ວໂລກ, ເຊິ່ງໄດ້ສະໜອງແຮງຊ່ວຍເຫຼືອທີ່ໜ້າໄວ້ໃຈໄດ້ໃຫ້ແກ່ຫຼາຍປະເທດໃນການຫັນປ່ຽນຮູບການພັດທະນາຕາມທິດສີຂຽວ ແລະ ກາກບອນຕ່ຳ, ກໍຄືການພັດທະນາແບບຍືນຍົງ, ພ້ອມທັງໄດ້ສ້າງແຮງຂັບເຄື່ອນອັນໃໝ່ໃຫ້ແກ່ການຊຸກຍູ້ການເຕີບໂຕດ້ານເສດຖະກິດຂອງໂລກ. ແຕ່ນັບແຕ່ປີກາຍນີ້ ປະລິມານສົ່ງອອກລົດຍົນຂອງຈີນຂຶ້ນເປັນອັນດັບ 1 ຂອງໂລກ, ພວກນັກການເມືອງຂອງອາເມຣິກາ ແລະ ປະເທດຕາເວັນຕົກຈຳນວນໜຶ່ງໄດ້ເກີດມີຄວາມວິຕົກກັງວົນຢ່າງຮຸນແຮງໃນດ້ານການແຂ່ງຂັນກັບຈີນ, ຈຶ່ງຊອກຫາທຸກວິທີຂໍ້ອ້າງເພື່ອມາສະກັດກັ້ນວິສາຫະກິດຜະລິດລົດຂອງຈີນ ແລະ ປະຕິບັດລັດທິປົກປ້ອງການຄ້າ, ໂດຍໄດ້ເລີ່ມປ່າວຂ່າວກ່ຽວກັບອັນທີ່ເອີ້ນວ່າ “ກຳລັງການຜະລິດຂອງຈີນເຫຼືອເຟືອ”, ຖືຈີນເປັນ “ຄວາມສ່ຽງ”, ປະຕິບັດອັນທີ່ເອີ້ນວ່າ ມາດຕະການ “ລຶບລ້າງຄວາມສ່ຽງ”. ວັນທີ 9 ເມສານີ້, ຂ່າວສານບລູມເບີກຂອງອາເມຣິກາໄດ້ລົງພິມບົດວິເຄາະໂດຍລະບຸວ່າ, ເມື່ອເວົ້າເຖິງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ອາເມຣິກາເຫັນວ່າ ກຳລັງການຜະລິດພະລັງງານໃໝ່ຍັງບໍ່ພຽງພໍ, ແຕ່ເມື່ອເວົ້າເຖິງຂະແໜງການພະລັງງານໃໝ່ຂອງຈີນ, ອາເມຣິກາຊ້ຳພັດຕຳໜິວ່າ “ກຳລັງການຜະລິດຂອງຈີນເຫຼືອເຟືອ”, ນີ້ເປັນຖ້ອຍຄວາມທີ່ຂັດແຍ້ງຕົນເອງ. ການກະທຳຂອງອາເມຣິກາໄດ້ລະເມີດຫຼັກການການຄ້າເສລີທີ່ ອົງການການຄ້າໂລກນິຍົມສົ່ງເສີມ. ໃນເວລາດົນນານມານີ້, ອາເມຣິກາເຄີຍຊູຄັນທຸງຂອງເສດຖະກິດຕະຫຼາດ, ຕຳໜິ “ການເຄື່ອນໄຫວທີ່ບໍ່ແມ່ນເສດຖະກິດຕະຫຼາດ” ຂອງປະເທດອື່ນຕາມລຳພັງ. ແຕ່ໃນຫຼາຍປີຜ່ານມານີ້, ອາເມຣິກາເອງພັດເປັນຜູ້ໃຊ້ “ການເຄື່ອນໄຫວທີ່ບໍ່ແມ່ນເສດຖະກິດຕະຫຼາດ” ຊະນິດຕ່າງໆນັບມື້ນັບເພີ່ມຂຶ້ນ, ເຊິ່ງລວມທັງການສະໜອງເງິນອຸດໜູນຢ່າງຫຼວງຫຼາຍໃຫ້ແກ່ອຸດສາຫະກຳພາຍໃນປະເທດອາເມຣິກາຈຳນວນຫຼວງຫຼາຍ ເຊິ່ງລວມທັງການຜະລິດແຜ່ນຊິບ ແລະ ອື່ນໆ, ເຊິ່ງໄດ້ລະເມີດກະຕິກາການຄ້າສາກົນຢ່າງເດັ່ນຊັດ.

ກົງກັນຂ້າມ, ໃນຫຼາຍປີຜ່ານມານີ້, ຈີນໄດ້ກາຍເປັນຫົວຈັກສຳຄັນທີ່ຊຸກຍູ້ໃຫ້ແກ່ການເຕີບໂຕຂອງເສດຖະກິດໂລກ. ໃນຂະນະດຽວກັນກໍຮັກສາການພັດທະນາເສດຖະກິດຂອງຕົນຢ່າງໝັ້ນທ່ຽງນັ້ນ, ຈີນຍັງໄດ້ສະໜອງໂອກາດການຄ້າ, ເງິນລົງທຶນ ແລະ ໂອກາດການພັດທະນາໃຫ້ແກ່ປະເທດ ແລະ ເຂດແຄວ້ນອື່ນໆ. ນັບແຕ່ຈີນເຂົ້າເປັນສະມາຊິກອົງການການຄ້າໂລກເປັນເວລາ 20 ປີຜ່ານມາ, ຍອດປະລິມານເສດຖະກິດຈີນໄດ້ຈາກອັນດັບ 6 ຂຶ້ນເປັນອັນດັບ 2 ຂອງໂລກ, ການຄ້າສິນຄ້າໄດ້ຈາກອັນດັບ 6 ຂຶ້ນເປັນອັນດັບ 1, ການຄ້າການບໍລິການໄດ້ຈາກອັນດັບທີ 11 ຂຶ້ນເປັນອັນດັບ 2, ປະລິມານການນຳໃຊ້ທຶນຕ່າງປະເທດຢູ່ໃນອັນດັບໜຶ່ງຂອງປະເທດພວມພັດທະນາຢ່າງໝັ້ນທ່ຽງ, ການລົງທຶນຕໍ່ຕ່າງປະເທດໂດຍກົງໄດ້ຈາກອັນດັບ 26 ຂຶ້ນເປັນອັນດັບ 1, ການພັດທະນາຂອງຈີນໄດ້ເພີ່ມກຳລັງຂັບເຄື່ອນທີ່ແຂງແຮງເຂົ້າໃນການເຕີບໂຕຂອງເສດຖະກິດໂລກ. ກໍຄືທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນຊີ້ອອກວ່າ: “ນັບແຕ່ເຂົ້າເປັນສະມາຊິກອົງການການຄ້າໂລກເປັນຕົ້ນມາ, ຈີນໄດ້ເປີດປະຕູສູ່ພາຍນອກກວ້າງອອກໄປເລື້ອຍໆ, ເຊິ່ງໄດ້ກະຕຸກຊຸກຍູ້ການພັດທະນາຂອງຈີນ, ກໍຄືກະຕຸກຊຸກຍູ້ການພັດທະນາຂອງໂລກນຳອີກ.”

ຈີນເປັນກຸ່ມເສດຖະກິດໃຫຍ່ອັນດັບ 2 ຂອງໂລກ, ເປັນຄູ່ການຄ້າທີ່ສຳຄັນຂອງ 140 ກວ່າປະເທດ ແລະ ເຂດແຄວ້ນ, ທັງເປັນປະເທດໃຫຍ່ອັນດັບໜຶ່ງໃນດ້ານອຸດສາຫະກຳການຜະລິດ, ແລະເສດຖະກິດຈີນພັດທະນາມາຮອດປັດຈຸບັນນີ້, ໄດ້ເຊື່ອມໂຍງກັບເສດຖະກິດໂລກຢ່າງເລິກເຊິ່ງ. ອາເມຣິກາດຳເນີນອັນທີ່ເອີ້ນວ່າ “ລຶບລ້າງຄວາມສ່ຽງ”, ຊຸກຍູ້ “ການຕັດສາຍສຳພັນດ້ານເສດຖະກິດ” ກັບຈີນ, ແຕ່ໃນດ້ານທາດແທ້ຂອງມັນແລ້ວແມ່ນການຫັນປ່ຽນບັນຫາເສດຖະກິດການຄ້າໃຫ້ເປັນບັນຫາດ້ານການເມືອງ ແລະ ບັນຫາດ້ານຮູບຖານຈິດສຳນຶກ, ເຊິ່ງບໍ່ພຽງແຕ່ໄດ້ລະເມີດຫຼັກການພື້ນຖານແຫ່ງການຄ້າເສລີ ແລະ ປະສິດທິຜົນຂອງລະບຽບການຄ້າຫຼາຍຝ່າຍທີ່ລິເລີ່ມສົ່ງເສີມໂດຍອົງການການຄ້າໂລກເທົ່ານັ້ນ, ແຕ່ຍັງໄດ້ລະເມີດກົດເກນເສດຖະກິດອີກດ້ວຍ, ໃນທີ່ສຸດໄດ້ຖ່ວງດຶງຂະບວນການຟື້ນຕົວຂອງເສດຖະກິດໂລກ. ປັດຈຸບັນນີ້, ຈີນພວມໃຊ້ການພັດທະນາຂອງຕົນເພື່ອສະໜອງໂອກາດໃໝ່ໃຫ້ກັບໂລກ, ມັນຈະເປັນຄວາມສ່ຽງ ຫຼື ໂອກາດ, ຊາວໂລກຈະມີການຕັດສິນຢ່າງຍຸຕິທຳ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn