ພາສາລາວ

ປະທານາທິບໍດີອູແກຣນສະແດງຄວາມບໍ່ພໍໃຈຕໍ່ອາເມຣິກາ ແລະ ປະເທດຕາເວັນຕົກທີ່ຊ່ວຍເຫຼືອອິດສະຣາແອນໃນການສະກັດກັ້ນລູກສອນໄຟ

cri2024-04-17 15:34:18
Share
Share this with Close
Messenger Pinterest LinkedIn

ສື່ມວນຊົນອາເມຣິກາລາຍງານໃນຫວ່າງມໍ່ໆມານີ້ວ່າ: ເຮືອບິນທີ່ບໍ່ມີຄົນຂົບ ແລະ ລູກສອນໄຟທີ່ອີຣານຍິງໃນວັນທີ 14 ເມສານີ້ ຍັງບໍ່ທັນໄປຮອດອິດສະຣາແອນກໍຖືກປະເທດພັນທະມິດ ຄື: ອາເມຣິກາ, ອັງກິດ ແລະ ຝຣັ່ງຍິງຕົກແລ້ວ. ເມື່ອທຽບໃສ່ອິດສະຣາແອນແລ້ວ, ອູແກຣນໄດ້ຮ້ອງຂໍໃຫ້ປະເທດຕາເວັນຕົກເພີ່ມທະວີການສະໜັບສະໜູນໃນໄລຍະມໍ່ໆມານີ້, ແຕ່ວ່າເງິນທຶນຊ່ວຍເຫຼືອຂອງອາເມຣິກາກໍຍັງຄ້າງຄາຢູ່ກັບສະພາອາເມຣິກາ. ທ່ານໂວໂລດີເມຍ ເຊເລນສະກີ ປະທານາທິບໍດີອູແກຣນໄດ້ສະແດງຄວາມບໍ່ພໍໃຈຕໍ່ກັບເລື່ອງນີ້.

ທ່ານໂວໂລດີເມຍ ເຊເລນສະກີກ່າວວ່າ: ອິດສະຣາແອນບໍ່ແມ່ນປະເທດສະມາຊິກກຸ່ມນາໂຕ, ສະນັ້ນ, ການໂຈມຕີອິດສະຣາແອນບໍ່ໄດ້ແຕະຕ້ອງເຖິງຂໍ້ມາດຕາປ້ອງກັນລວມໝູ່ຂອງກຸ່ມນາໂຕ, ແຕ່ວ່າອາເມຣິກາ, ອັງກິດ ແລະ ຝຣັ່ງກໍຍັງໄດ້ດຳເນີນການເຄື່ອນໄຫວ, ຫາກບໍ່ໄດ້ຊ່ວຍເຫຼືອອູແກຣນຕາມຄຳໝັ້ນສັນຍາ ເຊິ່ງໄດ້ສະແດງໃຫ້ເຫັນວ່າປະເທດພັນທະມິດບໍ່ໄດ້ອຳນວຍການສະໜັບສະໜູນທີ່ພຽງພໍໃຫ້ແກ່ອູແກຣນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn