ພາສາລາວ

ປະທານາທິບໍດີຕູຣາເຄຍ: ສະຖານະການຕາເວັນອອກກາງໃນໄລຍະມໍ່ໆນີ້ໄດ້ສະແດງໃຫ້ເຫັນເຖິງສອງມາດຕະຖານຂອງປະເທດຕາເວັນຕົກຢ່າງຊັດເຈນ

cri2024-04-17 15:35:05
Share
Share this with Close
Messenger Pinterest LinkedIn

ວັນທີ 16 ເມສານີ້, ທ່ານເຣເຊບ ໄຕຢິບ ເອີໂດກັນ ປະທານາທິບໍດີຕູຣາເຄຍກ່າວວ່າ: ຄະນະຜູ້ນຳອິດສະຣາແອນຄວນແບກຫາບຄວາມຮັບຜິດຊອບທັງໝົດຕໍ່ສະຖານະການເຄັ່ງຕຶງຢູ່ຕາເວັນອອກກາງໃນໄລຍະມໍ່ໆນີ້. ນັບແຕ່ເດືອນຕຸລາ 2023 ເປັນຕົ້ນມາ, ອິດສະຣາແອນໄດ້ນຳໃຊ້ມາດຕະການທີ່ມີລັກສະນະເກາະຜິດມາໂດຍຕະຫຼອດ, ມີເຈດຕະນາຢາກກໍ່ໃຫ້ເກີດການປະທະກັນຢູ່ພາກພື້ນ ເຊິ່ງການໂຈມຕີສະຖານທູດອີຣານປະຈຳຊີຣີກໍແມ່ນເຫດການຕົວຢ່າງຫຼ້າສຸດ. ຂໍພຽງແຕ່ອິດສະຣາແອນສືບຕໍ່ດຳເນີນການເຄື່ອນໄຫວດ້ານການທະຫານຢູ່ເຂດກາຊາ, ການປະທະກັນໃນພາກພື້ນຄັ້ງໃໝ່ກໍອາດຈະເກີດຂຶ້ນໄດ້ໃນທຸກເວລາ.

ທ່ານເຣເຊບ ໄຕຢິບ ເອີໂດກັນ ກ່າວຕື່ມວ່າ: ເຫດການທີ່ເກີດຂຶ້ນໃນໄລຍະມໍ່ໆມານີ້ໄດ້ສະແດງໃຫ້ເຫັນອີກເທື່ອໜຶ່ງເຖິງສອງມາດຕະຖານຂອງປະເທດຕາເວັນຕົກຢ່າງຊັດເຈນ. ປະເທດຕາເວັນຕົກພຽງແຕ່ກ່າວປະນາມອີຣານຝ່າຍກຽວທີ່ໂຈມຕີອິດສະຣາແອນ, ແຕ່ການກະທຳຂອງອິດສະຣາແອນທີ່ໂຈມຕີສະຖານທູດອີຣານ ແລະ ລະເມີດກົດໝາຍສາກົນຕາມລຳພັງໃຈນັ້ນ, ຊ້ຳພັດບໍ່ຄ່ອຍມີປະເທດຕາເວັນຕົກອອກມາກ່າວປະນາມເລີຍ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn