ພາສາລາວ

ນັບເວລາຖອຍຫຼັງ 100 ວັນເຂົ້າສູ່ງານກິລາໂອລິມປິກປາຣີ 2024

cri2024-04-17 15:14:38
Share
Share this with Close
Messenger Pinterest LinkedIn

ວັນທີ 17 ເມສານີ້ ແມ່ນມື້ເລີ່ມຕົ້ນນັບຖອຍຫຼັງ 100 ວັນເຂົ້າສູ່ພິທີເປີດງານກິລາໂອລິມປິກປາຣີ 2024. ເວັບໄຊທາງການຂອງງານກິລາໂອລິມປິກປາຣີລາຍງານວ່າ: ເພື່ອເລີ່ມຕົ້ນສະຫຼອງການນັບຖອຍຫຼັງ 100 ວັນເຂົ້າສູ່ພິທີເປີດງານກິລາໂອລິມປິກປາຣີ, ໃນຕອນເຊົ້າວັນທີ 17 ເມສານີ້ ຈະເລີ່ມຂາຍປີ້ເຂົ້າຊົມງານກິລາໂອລິມປິກປາຣີຜ່ານເວັບໄຊທາງການຫຼາຍກວ່າ 250.000 ປີ້.

ວັນທີ 16 ເມສານີ້, ພິທີເອົາໄຟສັກສິດງານກິລາໂອລິມປິກປາຣີໄດ້ຈັດຂຶ້ນຢູ່ສະຖານທີ່ໂອລິມເປຍບູຮານຂອງເກຼັກ ເຊິ່ງເປັນບ່ອນກຳເນີດກິລາໂອລິມປິກຢ່າງສຳເລັດຜົນ. ອີງຕາມແຜນການ, ຈະສົ່ງຕໍ່ທວນໄຟກິລາໂອລິມປິກຢູ່ປະເທດເກຼັກເປັນເວລາ 11 ວັນ. ຮອດວັນທີ 26 ເມສານີ້, ທວນໄຟໂອລິມປິກຈະສົ່ງຕໍ່ໃຫ້ຄະນະກຳມະການຈັດງານກິລາໂອລິມປິກປາຣີຢູ່ນະຄອນຫຼວງອາເຕນ, ແລ້ວເດີນທາງຕໍ່ໄປຝຣັ່ງຜ່ານທາງກຳປັ່ນ, ເຊິ່ງຈະໄປຮອດຝຣັ່ງໃນວັນທີ 8 ພຶດສະພາໜ້ານີ້ ແລະເລີ່ມສົ່ງຕໍ່ຢູ່ໃນຝຣັ່ງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn