ພາສາລາວ

ຈີນຮຽກຮ້ອງໃຫ້ຫຼີກເວັ້ນບໍ່ໃຫ້ສະຖານະການກ່ຽວກັບການປະທະກັນລະຫວ່າງອິດສະຣາແອນ ແລະອີຣານຮຸນແຮງຂຶ້ນຕື່ມອີກ

cri2024-04-15 16:59:18
Share
Share this with Close
Messenger Pinterest LinkedIn

ວັນທີ 14 ເມສານີ້, ໂດຍອີງຕາມຄວາມຮຽກຮ້ອງຂອງອິດສະຣາແອນ, ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດໄດ້ຈັດກອງປະຊຸມດ່ວນກ່ຽວກັບອີຣານໂຈມຕີທາງການທະຫານຕໍ່ດິນແດນອິດສະຣາແອນ.

ທ່ານດ້າຍປິ່ງ ອຸປະທູດຊົ່ວຄາວຂອງຄະນະຜູ້ຕາງໜ້າຖາວອນຈີນປະຈຳອົງການສປຊກ່າວວ່າ: ນັບແຕ່ເກີດການປະທະກັນຢູ່ເຂດກາຊາໃນຮອບນີ້, ປະຊາຄົມໂລກບໍ່ພຽງແຕ່ບໍ່ສາມາດຮັບເອົາໄພພິບັດດ້ານມະນຸດສະທຳຢູ່ເຂດກາຊາໄດ້ ແລະຮຽກຮ້ອງຢ່າງແຂງແຮງໃຫ້ມີການຢຸດຍິງໃນທັນທີເທົ່ານັ້ນ, ພ້ອມກັນນັ້ນຍັງມີຄວາມວິຕົກກັງວົນຢ່າງຫຼວງຫຼາຍວ່າ ການປະທະກັນຈະເຮັດໃຫ້ຄວາມເຄັ່ງຕຶງໃນພາກພື້ນຮ້າຍແຮງຂຶ້ນ ແລະຈະພາໃຫ້ເກີດມີຜົນກະທົບອັນຮ້າຍແຮງທີ່ອາດຈະຄາດຄິດບໍ່ໄດ້ຕາມມາ.

ທ່ານກ່າວຕື່ມວ່າ: ຈີນໄດ້ສັງເກດເຫັນວ່າ, ອີຣານກ່າວວ່າ ການໂຈມຕີຕໍ່ອິດສະຣາແອນແມ່ນເປັນການຕອບໂຕ້ຕໍ່ “ອາຊະຍາກຳ” ຫຼາຍຢ່າງຂອງອິດສະຣາແອນ, ລວມທັງການຫຼອນໂຈມຕີຕໍ່ສຳນັກງານກົງສຸນຂອງສະຖານທູດອີຣານປະຈຳຊີຣີໃນວັນທີ 1 ເມສານີ້. ຈີນຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງຈົ່ງຮັກສາຄວາມໃຈເຢັນ ແລະອົດກັ້ນໃນລະດັບສູງສຸດ, ເພື່ອຫຼີກເວັ້ນບໍ່ໃຫ້ສະຖານະການທີ່ເຄັ່ງຕຶງຢ່າງແລ້ວນັ້ນຮຸນແຮງຂຶ້ນຕື່ມອີກ.

ທ່ານເນັ້ນໜັກວ່າ: ສະຖານະການທີ່ຮຸນແຮງຂຶ້ນໃໝ່ໃນເທື່ອນີ້ແມ່ນສະແດງໃຫ້ເຫັນເຖິງຜົນກະທົບຕາມມາຈາກການປະທະກັນຢູ່ເຂດກາຊາ ເຊິ່ງເຕືອນໃຫ້ຮູ້ວ່າ ບັນຫາປາແລັດສະຕິນແມ່ນແກນກາງຂອງບັນຫາຕາເວັນອອກກາງທີ່ກ່ຽວຂ້ອງກັບສັນຕິພາບ, ຄວາມໝັ້ນຄົງ ແລະຄວາມປອດໄພໃນໄລຍະຍາວ. ແຕ່ວຽກຮີບດ່ວນແມ່ນການຢຸດຍິງຢູ່ເຂດກາຊາໃນທັນທີ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn