ພາສາລາວ

ບຸກຄົນວົງການການຄ້າຂອງເຢຍລະມັນມີຄວາມເຫັນໄປໃນແງ່ດີຕໍ່ໂອກາດໃໝ່ໃນຕະຫຼາດຈີນ

cri2024-04-15 16:49:46
Share
Share this with Close
Messenger Pinterest LinkedIn

ງານວາງສະແດງສິນຄ້າອຸປະໂພກບໍລິໂພກສາກົນຈີນຄັ້ງທີ4ທີ່ມີຫົວຂໍ້“ຮ່ວມກັນຊົມໃຊ້ໂອກາດທີ່ເປີດປະຕູສູ່ພາຍນອກ ແລະ ຮ່ວມກັນສ້າງຊີວິດທີ່ດີງາມ” ນັ້ນໄດ້ຈັດຂຶ້ນຢູ່ແຂວງໄຫຫຼຳຈີນແຕ່ວັນທີ 13-18 ເມສານີ້. ງານວາງສະແດງຄັ້ງນີ້ໄດ້ດຶງດູດວິສາຫະກິດພາຍໃນແລະຕ່າງປະເທດຢ່າງຫຼວງຫຼາຍເຂົ້າມາຮ່ວມ.

ທ່ານ ມີເຊວ ຊູມານ ປະທານສະມາຄົມການພັດທະນາເສດຖະກິດແລະການຄ້າກັບຕ່າງປະເທດຂອງເຢຍລະມັນເຫັນວ່າ: ງານວາງສະແດງຄັ້ງນີ້ບໍ່ພຽງແຕ່ເປັນເວທີດີເດັ່ນທີ່ມີການວາງສະແດງແລະເຜີຍແຜ່ຜະລິດຕະພັນເທົ່ານັ້ນ, ຍັງແມ່ນໂອກາດສຳຄັນທີ່ລົງເລິກການຮ່ວມມືທາງເສດຖະກິດລະຫວ່າງຈີນກັບເຢຍລະມັນ.

ທ່ານຊູມານກ່າວຕື່ມວ່າ: ໃນຫຼາຍປີຜ່ານມານີ້, ຈີນໄດ້ໃຊ້ນະໂຍບາຍຫຼາຍຂໍ້ເພື່ອເປີດກວ້າງການໄຂປະຕູສູ່ພາຍນອກໃນລະດັບສູງ, ຕົນເອງໄດ້ເຫັນຄວາມຕັດສິນໃຈແລະຄວາມໝັ້ນໃຈຂອງຈີນທີ່ຕັ້ງໜ້າໄຂປະຕູສູ່ພາຍນອກ, ເຊິ່ງໄດ້ຊຸກຍູ້ການແລກປ່ຽນທາງການຄ້າແລະສະໜອງຄວາມສະດວກໃຫ້ແກ່ການລົງທຶນຢ່າງຫຼວງຫຼາຍ.

ທ່ານຊູມານໃຫ້ເຫດຜົນວ່າ: ເຖິງວ່າເສດຖະກິດທົ່ວໂລກໄດ້ຜະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງຢູ່, ແຕ່ຕະຫຼາດຈີນພັດມີຄວາມບົ່ມຊ້ອນອັນໃຫຍ່ຫຼວງ, ພື້ນຖານໂຄງລ່າງດີຈີຕອນ ແລະ ສະພາບແວດລ້ອມທີ່ປະດິດສ້າງໃໝ່ຂອງຈີນໄດ້ສະໜອງໂອກາດທີ່ໜ້າສົນໃຈໃຫ້ແກ່ວິສາຫະກິດຕ່າງປະເທດຢ່າງຫຼວງຫຼາຍ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn