ພາສາລາວ

ບົດບັນທຶກກອງປະຊຸມຂອງທະນາຄານກາງອາເມຣິກາສະແດງໃຫ້ເຫັນວ່າຈະບໍ່ຫຼຸດອັດຕາດອກເບັ້ຍເປັນການຊົ່ວຄາວ

cri2024-04-12 15:40:25
Share
Share this with Close
Messenger Pinterest LinkedIn

ວັນທີ 10 ເມສານີ້, ອີງຕາມບົດບັນທຶກກອງປະຊຸມນະໂຍບາຍເງິນຕາປະຈຳເດືອນມີນາຜ່ານມາຂອງທະນາຄານກາງອາເມຣິກາ ຫຼື FED ສະແດງໃຫ້ເຫັນວ່າ: ຈັງຫວະຫຼຸດລົງດ້ານເງິນເຟີ້ຂອງອາເມຣິກາຍັງບໍ່ທັນສາມາດສະໜັບສະໜູນການວາງມາດຕະການຫຼຸດອັດຕາດອກເບັ້ຍເທື່ອ, ສະນັ້ນ, ກ່ອນມີຄວາມໝັ້ນໃຈເຊື່ອວ່າເງິນເຟີ້ຈະກັບຄືນສູ່ລະດັບຄາດໝາຍຢ່າງຈະແຈ້ງ, FED ຈະບໍ່ຫຼຸດອັດຕາດອກເບັ້ຍ.

ບົດບັນທຶກກອງປະຊຸມສະແດງໃຫ້ເຫັນວ່າ: ເຈົ້າໜ້າທີ່ FED ໄດ້ເປິກສາຫາລືບັນຫາເງິນເຟີ້ເປັນເວລາດົນ, ເຂົາເຈົ້າບໍ່ແນ່ໃຈວ່າເງິນເຟີ້ສູງຍັງຈະຄົງຕົວຢູ່ຢ່າງຕໍ່ເນື່ອງຫຼືບໍ່, ຕົວເລກເງິນເຟີ້ທີ່ເປີດເຜີຍໃນຫວ່າງມໍ່ໆມານີ້ “ບໍ່ໄດ້ເພີ່ມຄວາມໝັ້ນໃຈໃຫ້ເຂົາເຈົ້າກ່ຽວກັບອັດຕາເງິນເຟີ້ຈະສືບຕໍ່ຫຼຸດລົງຈົນຮອດ 2%.”

ວັນທີ 20 ມີນາແລ້ວນີ້, FED ໄດ້ສຳເລັດກອງປະຊຸມນະໂຍບາຍເງິນຕາທີ່ດຳເນີນມາເປັນເວລາສອງວັນ, ໂດຍປະກາດຈະຮັກສາອັດຕາດອກເບັ້ຍກອງທຶນສະຫະລັດໃຫ້ຢູ່ລະຫວ່າງ 5,25-5,5%. ນີ້ແມ່ນ FED ຮັກສາອັດຕາດອກເບັ້ຍບໍ່ປ່ຽນແປງເປັນຄັ້ງທີ 5 ຕິດຕໍ່ກັນນັບແຕ່ເດືອນກັນຍາປີກາຍນີ້ເປັນຕົ້ນມາ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

123全文 3 下一页

Share this story on

Messenger Pinterest LinkedIn