ພາສາລາວ

ກຳລັງຮັກສາສັນຕິພາບຈີນປະຈຳສປກົງໂກຊຸດທີ27ໄດ້ຮັບການມອບ “ຫຼຽນໄຊສັນຕິພາບ”ອົງການສປຊ

cri2024-04-11 12:10:38
Share
Share this with Close
Messenger Pinterest LinkedIn

ວັນທີ9ເມສານີ້, ຢູ່ຄ້າຍທະຫານໜ່ວຍຊ່າງແສງຮັກສາສັນຕິພາບຈີນປະຈຳສາທາລະນະລັດປະຊາທິປະໄຕກົງໂກຫຼືຄ້າຍທະຫານ “ແຫຼມຈີນ”ທີ່ນະຄອນບູຄາວູ ແຂວງດູຊຸດຄີວູ ສປ ກົງໂກໄດ້ຈັດພິທີມອບ “ຫຼຽນໄຊສັນຕິພາບ”ອົງການສະຫະປະຊາຊາດໃຫ້ແກ່ນາຍແລະພົນທະຫານທຸກຖ້ວນໜ້າຂອງກຳລັງຮັກສາສັນຕິພາບຈີນປະຈຳສປກົງໂກຊຸດທີ27ເພື່ອເປັນການຍ້ອງຍໍສັນລະເສີນຕໍ່ຜົນງານອັນພົ້ນເດັ່ນຂອງນາຍແລະພົນທະຫານຈຳນວນ218ຄົນໃນການປະກອບສ່ວນເຂົ້າໃນພາລະກິດສັນຕິພາບຂອງສປກົງໂກ.

ກຳລັງຮັກສາສັນຕິພາບຈີນປະຈຳສປກົງໂກຊຸດທີ27ປະກອບດ້ວຍໜ່ວຍຊ່າງແສງແລະໜ່ວຍແພດ. ນັບຕັ້ງແຕ່ເຂົ້າປະຈຳເຂດປະຕິບັດໜ້າທີ່ເມື່ອເດືອນກັນຍາປີ2023ເປັນຕົ້ນມາ, ໜ່ວຍຊ່າງແສງໄດ້ສຳເລັດໜ້າທີ່ການສຳຫຼວດໂຄງການ13ເທື່ອ ແລະໜ້າທີ່ປະຕິບັດ16ໂຄງການ ໂດຍສາມາດປະກອບສ່ວນອັນພົ້ນເດັ່ນເຂົ້າໃນພາລະກິດສັນຕິພາບຂອງທ້ອງຖິ່ນ. ໂຮງໝໍໃຫຍ່ລະດັບສອງຂອງຈີນທີ່ໜ່ວຍແພດສັງກັດຢູ່ນັ້ນໄດ້ໃຫ້ບໍລິການກວດພະຍາດລວມທັງໝົດຫຼາຍກວ່າ500ເທື່ອຄົນ ເຊິ່ງໄດ້ສະໜອງການຮັບປະກັນດ້ານການປິ່ນປົວທີ່ດີໃຫ້ແກ່ພະນັກງານຂອງໜ່ວຍງານທີ່ຖືກແຕ່ງຕັ້ງພິເສດເພື່ອຄວາມໝັ້ນຄົງຂອງອົງການສະຫະປະຊາຊາດປະຈຳສປກົງໂກຢູ່ນະຄອນບູຄາວູ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

123全文 3 下一页

Share this story on

Messenger Pinterest LinkedIn