ພາສາລາວ

ຫຼັງຈາກທ່ານນາງເຢເລນຢ້ຽມຢາມຈີນແລ້ວ ຫວັງວ່າອາເມຣິກາຈະມີຄວາມ “ຮັບຜິດຊອບ” ຢ່າງແທ້ຈິງ

CRI2024-04-09 13:54:16
Share
Share this with Close
Messenger Pinterest LinkedIn

ວັນທີ 9 ເມສານີ້, ທ່ານນາງເຈເນັດ ເຢນເລນ ລັດຖະມົນຕີກະຊວງການເງິນອາເມຣິກາໄດ້ສິ້ນສຸດການຢ້ຽມຢາມຈີນ. ທ່ານນາງເຢເລນເປັນສະມາຊິກຄະນະລັດຖະບານອາເມຣິກາຜູ້ທຳອິດທີ່ມາຢ້ຽມຢາມຈີນໃນປີນີ້, ແລະກໍເປັນການເດີນທາງມາຢ້ຽມຢາມຈີນອີກຄັ້ງໜຶ່ງໃນ 9 ເດືອນຜ່ານມາ. ໃນໄລຍະນີ້, ສອງຝ່າຍໄດ້ຈັດການພົບປະ ແລະ ການແລກປ່ຽນຄວາມຄິດຄວາມເຫັນໃນຫຼາຍລະດັບ ແລະ ຫຼາຍຂົງເຂດ, ສອງຝ່າຍເປັນເອກະພາບກັນເຫັນດີວ່າ ຈະພ້ອມກັນຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນລະຫວ່າງປະມຸກລັດສອງປະເທດຈີນ-ອາເມຣິກາ, ພ້ອມທັງໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນອັນໃໝ່ກ່ຽວກັບການຊຸກຍູ້ການເຕີບໂຕດ້ານເສດຖະກິດ ແລະ ການຮ່ວມມືດ້ານການເງິນ. ທ່ານນາງເຢເລນກ່າວວ່າ, ສອງຝ່າຍອາເມຣິກາ ແລະ ຈີນ “ຄວນຄຸ້ມຄອງສາຍພົວພັນເສດຖະກິດສອງຝ່າຍຢ່າງມີຄວາມຮັບຜິດຊອບ”, ແລະກ່າວຢ້ຳວ່າ ບໍ່ສະແຫວງຫາການ “ຕັດຂາດສາຍສຳພັນດ້ານເສດຖະກິດ” ກັບຝ່າຍຈີນ.

ຈີນ ແລະ ອາເມຣິກາເປັນກຸ່ມເສດຖະກິດໃຫຍ່ສອງອັນດັບທຳອິດໃນໂລກ. ຈີນມີຄວາມເຫັນຢ່າງສະເໝີຕົ້ນສະເໝີປາຍວ່າ, ທາດແທ້ແຫ່ງການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນ ແລະ ອາເມຣິກາແມ່ນຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ກໍໄດ້ສຸມຄວາມພະຍາຍາມເພື່ອກ້າວສູ່ເປົ້າໝາຍດັ່ງກ່າວມາໂດຍຕະຫຼອດ. ແຕ່ວ່າ ໃນຊຸມປີຜ່ານມາ ອາເມຣິກາບໍ່ໄດ້ກ້າວໄປສູ່ເປົ້າໝາຍດຽວກັນກັບຝ່າຍຈີນ, ບໍ່ໄດ້ແບກຫາບຄວາມຮັບຜິດຊອບເທົ່າທີ່ຄວນຕໍ່ປະຊາຊົນປະເທດຕົນເອງ ກໍຄື ຂອງໂລກ.

“ການແບກຫາບຄວາມຮັບຜິດຊອບ” ຢ່າງແທ້ຈິງບໍ່ພຽງແຕ່ແມ່ນການຮັບຜິດຊອບຕໍ່ເສດຖະກິດອາເມຣິກາ ແລະ ພິຈາລະນາທຸກສິ່ງຢ່າງຈາກຜົນປະໂຫຍດຂອງອາເມຣິກາເທົ່ານັ້ນ, ແຕ່ຄວນສ້າງຜົນປະໂຫຍດຕົວຈິງຫຼາຍກວ່າເກົ່າໃຫ້ກັບວິສາຫະກິດ ແລະ ປະຊາຊົນຂອງກັນແລະກັນ, ພິຈາລະນາເຖິງ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຍັງຄວນພິຈາລະນາເຖິງການຮັບມືກັບສິ່ງທ້າທາຍຂອງທົ່ວໂລກ ແລະ ຊຸກຍູ້ການເຕີບໂຕຂອງເສດຖະກິດໂລກອີກດ້ວຍ.

ປີນີ້ແມ່ນປີທີ່ຈີນ ແລະ ອາເມຣິກາສ້າງສາຍພົວພັນທາງການທູດຄົບຮອບ 45 ປີ. ພາຍໃຕ້ສະພາບການທີ່ສາຍພົວພັນຈີນ-ອາເມຣິກາຢຸດການຊຸດໂຊມລົງ ແລະ ເລີ່ມຟື້ນຟູດີຂຶ້ນໃນປັດຈຸບັນນີ້, ຫວັງວ່າອາເມຣິກາຈະສຸມຄວາມພະຍາຍາມດັ່ງກ່າວເພື່ອກ້າວສູ່ເປົ້າໝາຍດຽວກັນກັບຈີນຫຼາຍກວ່າເກົ່າ, ຖືຄວາມຊື່ສັດເປັນພື້ນຖານ, ເປັນໄປຕາມຄຳໝັ້ນສັນຍາດ້ວຍການກະທຳຕົວຈິງ, ຊຸກຍູ້ໃຫ້ “ວິໄສທັດຊານຟຣານຊິສໂກ” ກາຍເປັນ “ສະພາບຕົວຈິງ”. ອາເມຣິກາຈະ “ແບກຫາບຄວາມຮັບຜິດຊອບ” ຢ່າງແທ້ຈິງຫຼືບໍ່, ທົ່ວໂລກພວມຕັ້ງຕາລໍຄອຍຢູ່ດ້ວຍຄວາມປາດຖະໜາຢ່າງຍິ່ງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເປີດສັບປະດາແຟຊັນໂຊດອກໂບຕັ໋ນລົ້ວຢາງຈີນຄັ້ງທີ 5

123全文 3 下一页

Share this story on

Messenger Pinterest LinkedIn