ພາສາລາວ

ເຈົ້າໜ້າທີ່ອິດສະຣາແອນຢືນຢັນວ່າ ການຖອນທະຫານມີຈຸດປະສົງເພື່ອກຽມຄວາມພ້ອມໃຫ້ການເຄື່ອນໄຫວທາງການທະຫານຢູ່ຣາຟາ

cri2024-04-08 11:11:23
Share
Share this with Close
Messenger Pinterest LinkedIn

ວັນທີ7ເມສານີ້, ທ່ານໂຢອັຟ ກາດແລນ ລັດຖະມົນຕີກະຊວງປ້ອງກັນປະເທດອິດສະຣາແອນກ່າວວ່າ: ກອງທັບອິດສະຣາແອນຖອນອອກຈາກພາກໃຕ້ເຂດກາຊາແມ່ນມີຈຸດປະສົງເພື່ອກຽມຄວາມພ້ອມໃຫ້ການເຄື່ອນໄຫວທາງການທະຫານຢູ່ຣາຟາ.

ທ່ານກາດແລນຢືນຢັນວ່າ: ກອງທັບອິດສະຣາແອນທີ່ຖອນຕົວອອກມານັ້ນຈະກຽມຄວາມພ້ອມເພື່ອປະຕິບັດໜ້າທີ່ໃນຕໍ່ໜ້າ ເຊິ່ງຄືກັນກັບການປະຕິບັດໜ້າທີ່ໃຫ້ສຳເລັດຢູ່ໂຮງໝໍຊີຟາເມືອງກາຊາ, ຜູ້ຄົນຈະໄດ້ເຫັນການປະຕິບັດໜ້າທີ່ປະເພດນີ້ຢູ່ເຂດຣາຟາເຊັ່ນດຽວກັນ ຈົນກວ່າກຸ່ມຮາມັສຈະບໍ່ສາມາດຄວບຄຸມເຂດກາຊີອີກຕໍ່ໄປ ແລະຈະບໍ່ເປັນໄພຂົ່ມຂູ່ຕໍ່ພົນລະເມືອງອິດສະຣາແອນອີກ.

ອີງຕາມຂໍ້ມູນທີ່ພາກສ່ວນສາທາລະນະສຸກເຂດກາຊາປາແລັດສະຕິນເປີດເຜີຍໃນວັນທີ7ເມສານີ້ໃຫ້ຮູ້ວ່າ: ນັບແຕ່ເກີດການປະທະກັນລະຫວ່າງປາແລັດສະຕິນ-ອິດສະຣາແອນຮອບໃໝ່ເປັນຕົ້ນມາ, ການເຄື່ອນໄຫວທາງການທະຫານທີ່ກອງທັບອິດສະຣາແອນປະຕິບັດຢູ່ເຂດກາຊາໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 33.000 ຄົນ, ບາດເຈັບ ຫຼາຍກວ່າ 75.000 ຄົນ. ກອງທັບອິດສະຣາແອນໄດ້ຖະແຫຼງໃນວັນທີ7ເມສານີ້ວ່າ, ກອງທັບຕົນໄດ້ສັງຫານກຸ່ມປະກອບອາວຸດປາແລັດສະຕິນລວມທັງໝົດ 12.000 ຄົນຢູ່ເຂດກາຊາ, ນອກນີ້ ມີທະຫານອິດສະຣາແອນທັງໝົດ 604 ຄົນເສຍຊີວິດຈາກການປະທະກັນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເປີດສັບປະດາແຟຊັນໂຊດອກໂບຕັ໋ນລົ້ວຢາງຈີນຄັ້ງທີ 5

123全文 3 下一页

Share this story on

Messenger Pinterest LinkedIn