ພາສາລາວ

ຈັດກອງປະຊຸມຄັ້ງທີ 19 ຂອງເລຂາກອງປະຊຸມຄວາມໝັ້ນຄົງປະເທດສະມາຊິກອົງການຮ່ວມມືຊຽງໄຮ

cri2024-04-05 16:02:42
Share
Share this with Close
Messenger Pinterest LinkedIn

ວັນທີ 3 ເມສານີ້, ກອງປະຊຸມຄັ້ງທີ 19 ຂອງເລຂາກອງປະຊຸມຄວາມໝັ້ນຄົງ ປະເທດສະມາຊິກອົງການຮ່ວມມືຊຽງໄຮໄດ້ຈັດຂຶ້ນຢູ່ນະຄອນຫຼວງອັສຕານາ ຂອງປະເທດກາຊັກສະຖານ, ທ່ານວາງສຽວຮົງ ທີ່ເປິກສາແຫ່ງລັດ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບຈີນ ໄດ້ເຂົ້າຮ່ວມກອງປະຊຸມພ້ອມທັງກ່າວຄຳປາໄສ.

ທ່ານວາງສຽວຮົງ ກ່າວວ່າ, ຈີນຍິນດີຮ່ວມກັບປະເທດສະມາຊິກຕ່າງໆ ປະຕິບັດຄວາມເຫັນທີ່ເປັນເອກະພາບກັນອັນສຳຄັນຂອງປະມຸກລັດໃຫ້ດີ, ຕັ້ງໜ້າປະຕິບັດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ, ສົ່ງເສີມ "ນ້ຳໃຈຊຽງໄຮ", ຄັດຄ້ານການແຊກແຊງຈາກພາຍນອກ, ບັນລຸການພັດທະນາພ້ອມກັນ, ສຸມກຳລັງເຂົ້າໃນການປ້ອງກັນແລະການຕ້ານການກໍ່ການຮ້າຍ, ລົງເລິກການຮ່ວມມືທີ່ຕິດແທດຕົວຈິງ, ເພີ່ມທະວີການສ້າງຄວາມສາມາດດ້ວຍວິທະຍາສາດເຕັກໂນໂລຊີ, ຮັບມືກັບອາດຊະຍາກຳແບບໃໝ່, ລົງເລິກ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງບັນດາປະເທດສະມາຊິກຢ່າງຮອບດ້ານ. ເສີມຂະຫຍາຍບົດບາດຂອງອົງການຮ່ວມມືຊຽງໄຮ້ ໃນການຮັກສາຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງສາກົນແລະພາກພື້ນຕື່ມອີກ, ຮ່ວມກັນຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາສັນຕິພາບ ແລະ ຄວາມສະຫງົບຂອງພາກພື້ນ ກໍ່ຄືຂອງໂລກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເປີດສັບປະດາແຟຊັນໂຊດອກໂບຕັ໋ນລົ້ວຢາງຈີນຄັ້ງທີ 5

ລົດ 45 ຄັນໃຊ້ເວລາ 5 ຊົ່ວໂມງ ຜ່ານ “ທາງຟ້າ” ເພື່ອສົ່ງນັກຮຽນກັບເມືອໂຮງຮຽນ

123全文 3 下一页

Share this story on

Messenger Pinterest LinkedIn