ພາສາລາວ

ໜ່ວຍງານການຄ້າຈີນ-ອາເມຣິກາຈັດກອງປະຊຸມລະດັບຮອງລັດຖະມົນຕີຄັ້ງທຳອິດ

cri2024-04-05 15:08:28
Share
Share this with Close
Messenger Pinterest LinkedIn

ກະຊວງການຄ້າຈີນແຈ້ງໃຫ້ຮູ້ໃນວັນທີ 5 ເມສານີ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງອາເມຣິກາ, ທ່ານ ຫວາງໂຊ້ເວີນ ຮອງລັດຖະມົນຕີ,ຜູ້ຕາງໜ້າການເຈລະຈາການຄ້າສາກົນຂອງກະຊວງການຄ້າຈີນໄດ້ເດີນທາງໄປຢ້ຽມຢາມອາເມຣິກາແຕ່ວັນທີ 2 ຫາ 5 ເມສານີ້,ແລະໄດ້ຮ່ວມກັບທ່ານນາງ ມາຣິຊາ ລາໂກ ຮອງລັດຖະມົນຕີກະຊວງການຄ້າອາເມຣິກາເປັນປະທານກອງປະຊຸມລະດັບຮອງລັດຖະມົນຕີຄັ້ງທຳອິດຂອງໜ່ວຍງານການຄ້າຈີນ-ອາເມຣິກາ. ສອງຝ່າຍໄດ້ດຳເນີນການແລກປ່ຽນຢ່າງຕິດແທດຕົວຈິງ,ແບບວິຊາການ,ພາວະວິໄສແລະສົມເຫດສົມຜົນກ່ຽວກັບບັນຫາດ້ານນະໂຍບາຍການຄ້າທີ່ຕ່າງຝ່າຍຕ່າງມີຄວາມສົນໃຈພ້ອມທັງບັນຫາດ້ານການຄ້າທີ່ລະອຽດທີ່ວົງການອຸດສາຫະກຳການຄ້າທັງສອງປະເທດສະເໜີອອກໂດຍປິ່ນອ້ອມການຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນທີ່ໄດ້ບັນລຸໃນການພົບປະຢູ່ຊັນ ຟຣານຊິສໂກ ລະຫວ່າງປະມຸກລັດຂອງສອງປະເທດກໍຄືຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນທີ່ປະມຸກລັດສອງປະເທດໄດ້ບັນລຸຜ່ານທາງໂທລະສັບໃນຫວ່າງມໍ່ໆມານີ້.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເປີດສັບປະດາແຟຊັນໂຊດອກໂບຕັ໋ນລົ້ວຢາງຈີນຄັ້ງທີ 5

123全文 3 下一页

Share this story on

Messenger Pinterest LinkedIn