ພາສາລາວ

ເຈົ້າໜ້າທີ່ອົງການຮາມັສກ່າວວ່າ: ການເຈລະຈາກ່ຽວກັບການຢຸດຍິງຢູ່ເຂດກາຊາ “ບໍ່ມີຄວາມຄືບໜ້າ”

CRI2024-04-05 15:10:53
Share
Share this with Close
Messenger Pinterest LinkedIn

ວັນທີ 4 ເມສານີ້, ທ່ານໂອຊາມາ ຮາມດານ ເຈົ້າໜ້າທີ່ຂັ້ນສູງຂະບວນການຕໍ່ຕ້ານຂອງອິດສະລາມິກຫຼື ຮາມັສຂອງປາແລັດສະຕິນໄດ້ອອະຖະແຫຼງການວ່າ: ມາຮອດປັດຈຸບັນ, ການເຈລະຈາກ່ຽວກັບການຢຸດຍິງຢູ່ເຂດກາຊາ “ບໍ່ມີຄວາມຄືບໜ້າ”.

ທ່ານຮາມດານກ່າວວ່າ: ເຖິງແມ່ນວ່າຝ່າຍອົງການຮາມັສໄດ້ຜ່ອນສັ້ນຜ່ອນຍາວຢ່າງຕັ້ງໜ້າເພື່ອບັນລຸການຢຸດຍິງ, ແຕ່ວ່າຝ່າຍອິດສະຣາແອນຍັງໄດ້ຮັກສາຫຼັກໝັ້ນທີ່ດື້ດ້ານຫົວແຂງ, ການເຈລະຈາກຳລັງຕົກຢູ່ໃນສະພາບທີ່ຢຸດສະງັກ. ພ້ອມກັນນັ້ນ, ທ່ານຮາມດານຍັງໄດ້ຕິຕຽນທ່ານເບັນຈາມິນ ເນຕັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນທີ່ໄດ້ສ້າງສິ່ງກີດຂວາງໃຫ້ແກ່ການບັນລຸສັນຍາແລະມີ “ຄວາມສົນໃຈຢ່າງຈອມປອມ” ຕໍ່ການເຈລະຈາຮອບຕໍ່ໄປ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເປີດສັບປະດາແຟຊັນໂຊດອກໂບຕັ໋ນລົ້ວຢາງຈີນຄັ້ງທີ 5

123全文 3 下一页

Share this story on

Messenger Pinterest LinkedIn