ພາສາລາວ

ຈີນຮຽກຮ້ອງໃຫ້ປະຊາຄົມໂລກຊ່ວຍລັດຖະບານຂອງປະເທດທີ່ກ່ຽວຂ້ອງໃຊ້ມາດຕະການເພື່ອຮັບປະກັນການພັດທະນາຢ່າງຮອບດ້ານຂອງເດັກນ້ອຍ

cri2024-04-04 16:18:43
Share
Share this with Close
Messenger Pinterest LinkedIn

ວັນທີ 3 ເມສານີ້, ທ່ານ ເກີງສວງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ປະຊາຄົມໂລກຊ່ວຍລັດຖະບານຂອງປະເທດທີ່ກ່ຽວຂ້ອງໃຊ້ມາດຕະການທີ່ມີປະສິດທິຜົນໃນການລຶບລ້າງຄວາມອຶດຫິວແລະຄວາມທຸກຍາກ,ເຜີຍແຜ່ການສຶກສາແລະການແພດ ເພື່ອຮັບປະກັນການພັດທະນາຢ່າງຮອບດ້ານຂອງເດັກນ້ອຍ.

ທ່ານ ເກີງສວງ ກ່າວໃນກອງປະຊຸມເປີດເຜີຍກ່ຽວກັບເດັກນ້ອຍແລະການປະທະກັນດ້ວຍກຳລັງອາວຸດຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດວ່າ: ເດັກນ້ອຍແມ່ນຜູ້ປະສົບເຄາະຮ້າຍທີ່ບໍ່ມີໂທດກຳຫຍັງທີ່ສຸດໃນການປະທະກັນດ້ວຍກຳລັງອາວຸດ,ແມ່ນກຸ່ມຄົນອ່ອນແອທີ່ຕ້ອງການຄວາມຊ່ວຍເຫຼືອທີ່ສຸດໃນການປະທະກັນດ້ວຍກຳລັງອາວຸດ. ປັດຈຸບັນ, ຢູ່ໃນໂລກມີເດັກນ້ອຍ 150 ລ້ານຄົນຕ້ອງການການຊ່ວຍເຫຼືອດ້ານມະນຸດສະທຳໂດຍດ່ວນ. ຈີນຫວັງໃຫ້ປະຊາຄົມໂລກແລະສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໃຊ້ການກະທຳທີ່ແທ້ຈິງເພື່ອເຮັດໃຫ້ເດັກນ້ອຍແຕ່ລະຄົນສາມາດໄດ້ຮັບການສະໜັບສະໜູນແລະການຊ່ວຍເຫຼືອຫຼາຍເທົ່າທີ່ຈະຫຼາຍໄດ້ໃນການປະທະກັນດ້ວຍກຳລັງອາວຸດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເປີດສັບປະດາແຟຊັນໂຊດອກໂບຕັ໋ນລົ້ວຢາງຈີນຄັ້ງທີ 5

123全文 3 下一页

Share this story on

Messenger Pinterest LinkedIn