ພາສາລາວ

ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວປະນາມຕໍ່ເຫດການຫຼອນໂຈມຕີສຳນັກງານກົງສຸນຂອງສະຖານທູດອີຣານປະຈຳຊີຣີ

cri2024-04-03 11:13:09
Share
Share this with Close
Messenger Pinterest LinkedIn

ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວປະນາມຕໍ່ເຫດການຫຼອນໂຈມຕີສຳນັກງານກົງສຸນຂອງສະຖານທູດອີຣານປະຈຳຊີຣີວັນທີ 2 ເມສານີ້, ທ່ານອັນໂຕນິໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ອອກຖະແຫຼງການໂດຍຜ່ານໂຄສົກຂອງທ່ານ, ກ່າວປະນາມຕໍ່ເຫດການຫຼອນໂຈມຕີສຳນັກງານກົງສຸນຂອງສະຖານທູດອີຣານປະຈຳຊີຣີ.

ຖະແຫຼງການດັ່ງກ່າວລະບຸວ່າ: ທ່ານອັນໂຕນິໂອ ກູເຕີເຣັສກ່າວຢ້ຳວ່າ: ພາຍໃຕ້ສະພາບການໃດໆ ຕ້ອງເຄົາລົບຫຼັກການທີ່ເປັນສິ່ງກໍ່ສ້າງຂອງອົງການຈັດຕັ້ງທາງການທູດ ລວມທັງເຈົ້າໜ້າທີ່ການທູດຈະລ່ວງລ້ຳບໍ່ໄດ້ ທີ່ລະບຸໄວ້ໃນກົດໝາຍສາກົນ. ຝ່າຍຕ່າງໆຕ້ອງເຄົາລົບພັນທະທີ່ລະບຸໄວ້ໃນກົດໝາຍສາກົນ ແລະ ກົດໝາຍມະນຸດສະທຳສາກົນ. ທ່ານຮຽກຮ້ອງໃຫ້ຝ່າຍທີ່ກ່ຽວຂ້ອງຈົ່ງຫຼີກເວັ້ນບໍ່ໃຫ້ກໍ່ການຫຼອນໂຈມຕີ ທີ່ອາດຈະທຳຮ້າຍສາມັນຊົນ ແລະ ທຳລາຍພື້ນຖານໂຄງລ່າງທາງພົນລະເຮືອນ. ທ່ານອັນໂຕນິໂອ ກູເຕີເຣັສຍັງໄດ້ທວງໃຫ້ຝ່າຍທີ່ກ່ຽວຂ້ອງຄວນຮັກສາການອົດກັ້ນໄວ້ໃນລະດັບສຸດຂີດ ເພື່ອຫຼີກເວັ້ນບໍ່ໃຫ້ສະຖານະການເຄັ່ງຕຶງຂຶ້ນຕື່ມ. ທ່ານກ່າວເຕືອນວ່າ: ການວິນິດໄສທີ່ຜິດພາດໃດໆລ້ວນແຕ່ອາດຈະເຮັດໃຫ້ພາກພື້ນດັ່ງກ່າວເກີດການປະທະກັນໃນຂອບເຂດກວ້າງກວ່າເກົ່າ ແລ້ວຈະສ້າງຄວາມຜິດພາດຕໍ່ສາມັນຊົນ.

ຕຶກສຳນັກງານກົງສຸນຂອງສະຖານທູດອີຣານປະຈຳຊີຣີຖືກລູກສອນໄຟນຳວິຖີຂອງອິດສະຣາແອນໂຈມຕີໃນວັນທີ 1 ເມສານີ້. ຂ່າວສານອີຣານລາຍງານໃນວັນທີ 2 ເມສານີ້ວ່າ: ການໂຈມຕີດັ່ງກ່າວໄດ້ເຮັດໃຫ້ມີຜູ້ເສຍຊີວິດ 13 ຄົນ. ພາຍຫຼັງເກີດເຫດການດັ່ງກ່າວແລ້ວ, ຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນລ້ວນແຕ່ໄດ້ກ່າວປະນາມຢ່າງຮຸນແຮງຕໍ່ການກະທຳດັ່ງກ່າວຂອງອິດສະຣາແອນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຂ້ຽວເດັດໃບຊາກ່ອນບຸນຊິ່ງໝິງ

ຊີວິດໃໝ່ຂອງຊາວສວນຊາຢູ່ປ່າຝົນ

ເຂດຊີ່ຈ້າງຈີນສະເຫຼີມສະຫຼອງວັນລະນຶກທາດກະສິກອນທີ່ເປັນລ້ານຄົນໄດ້ຮັບການປົດປ່ອຍຢ່າງຟົດຟື້ນ

ທາງລົດໄຟຈີນ-ລາວສ້າງພະລັງຂັບເຄື່ອນຢ່າງຫຼວງຫຼາຍໃຫ້ແກ່ການພັດທະນາຢ່າງຕໍ່ເນື່ອງຂອງຈີນ ແລະ ລາວ ກໍຄືຂອງພາກພື້ນ

ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳດ້ານການແກ້ໄຂມົນລະພິດແບບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn