ພາສາລາວ

ເລຂາທິການໃຫຍ່ອົງການສະຫະປະຊາຊາດຮຽກຮ້ອງໃຫ້ຮ່ວມກັນຮັບມືກັບວິກິດການວັດຖຸເສດເຫຼືອ

CRI2024-04-01 14:31:24
Share
Share this with Close
Messenger Pinterest LinkedIn

ຫວ່າງກ່ອນນີ້ບໍ່ດົນ, ທ່ານອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວຄຳປາໄສທາງວີດີໂອ, ໂດຍຮຽກຮ້ອງໃຫ້ປະຊາຄົມໂລກໃຊ້ການເຄື່ອນໄຫວ, ເພື່ອຮ່ວມກັນຮັບມືກັບວິກິດການວັດຖຸເສດເຫຼືອ.

ທ່ານກູເຕີເຣັສກ່າວວ່າ, ແຕ່ລະປີ ສິ່ງເສດເຫຼືອທີ່ເປັນວັດຖຸແຂງໃນຕົວເມືອງມີຫຼາຍກວ່າ 2 ຕື້ໂຕນ, ໄດ້ສ້າງຜົນຮ້າຍທີ່ເປັນໄພພິບັດຕໍ່ດິນຟ້າອາກາດ, ແລະ ລະບົບນິເວດຂອງໂລກ ກໍຄື ສຸຂະພາບຂອງມະນຸດ. ການສະຫຼາຍຂອງ ວັດຖຸເສດເຫຼືອບໍ່ພຽງແຕ່ໄດ້ປ່ອຍອາຍພິດເຮືອນແກ້ວເຂົ້າສູ່ຊັ້ນບັນຍາກາດທີ່ເຮັດໃຫ້ໂລກມີອຸນຫະພູມເພີ່ມສູງຂຶ້ນເທົ່ານນັ້ນ, ຍັງໄດ້ສ້າງມົນລະພິດຕໍ່ນ້ຳ ແລະ ທີ່ດິນ, ພາໃຫ້ເກີດພະຍາດ ແລະການເສຍຊີວິດອີກດ້ວຍ. ທ່ານກູເຕີເຣັສຮຽກຮ້ອງໃຫ້ວິສາຫະກິດຫັນໄປສູ່ການຜະລິດແບບຍືນຍົງ, ຫຼຸດຜ່ອນການສິ້ນເປືອງດ້ານການຫຸ້ມຫໍ່ສິນຄ້າຈົນສຸດຄວາມສາມາດໃນການຜະລິດ, ພ້ອມທັງແກ່ຍາວອາຍຸການນຳໃຊ້ຜະລິດຕະພັນໃຫ້ດົນເທົ່າທີ່ຈະດົນໄດ້. ທ່ານຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເຄື່ອນໄຫວຂອງລັດຖະບານໃນການຊຸກຍູ້ເສດຖະກິດໝູນວຽນ. ທ່ານຍັງຮຽກຮ້ອງໃຫ້ຜ່ານຮັບຮອງ “ສັນຍາທີ່ມີຜົນບັງຄັບໃຊ້ທາງກົດໝາຍ”, ເພື່ອບັນລຸການຮ່ວມມືສາກົນໃນການແກ້ໄຂບັນຫາມົນລະພິດຈາກປລາສຕິກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊີວິດໃໝ່ຂອງຊາວສວນຊາຢູ່ປ່າຝົນ

123全文 3 下一页

Share this story on

Messenger Pinterest LinkedIn