ພາສາລາວ

ປະຊາຊົນເຢຍລະມັນແຫ່ຂະບວນ ກ່າວປະນາມກຸ່ມນາໂຕເພີ່ມລາຍຈ່າຍການທະຫານ ເປັນການຂົ່ມຂູ່ຕໍ່ສັນຕິພາບ

cri2024-03-31 11:47:04
Share
Share this with Close
Messenger Pinterest LinkedIn

ວັນທີ 30 ມີນານີ້, ປະຊາຊົນເຢຍລະມັນປະມານ 3500 ຄົນໄດ້ຈັດການແຫ່ຂະບວນຢູ່ນະຄອນຫຼວງແບັກແລັງ ເພື່ອກ່າວປະນາມກຸ່ມນາໂຕທີ່ເພີ່ມລາຍຈ່າຍດ້ານ ການທະຫານ ເຊິ່ງຈະສ້າງວິກິດການໃຫ້ແກ່ສັນຕິພາບຂອງພາກພື້ນ ທັງຮຽກຮ້ອງໃຫ້ແກ້ໄຂການປະທະກັນຢູ່ພາກພື້ນດ້ວຍສັນຕິວິທີທາງການທູດ.

ຜູ້ປະທ້ວງຊີ້ໃຫ້ເຫັນວ່າ: ນະໂຍບາຍເພີ່ມລາຍຈ່າຍການທະຫານຂອງກຸ່ມນາໂຕ ເປັນການຂົ່ມຂູ່ຕໍ່ສັນຕິພາບ, ກຸ່ມນາໂຕຢູ່ຝ່າຍກົງກັນຂ້າມຂອງສັນຕິພາບ, ໄດ້ເຮັດເລື່ອງຜິດພາດຫຼາຍເລື່ອງ. ນາໂຕບໍ່ໄດ້ເຮັດເລື່ອງໃດໆເພື່ອສັນຕິພາບ, ແຕ່ເລື່ອງທຸກຢ່າງທີ່ໄດ້ເຮັດ ພັດເຮັດໃຫ້ສະພາບການຮຸນແຮງຂຶ້ນ. ພວກເຮົາສັງເກດອອກໄດ້ວ່າ, ນາໂຕກຳລັງທຳການແກ່ງແຍ່ງກັນດ້ານການທະຫານ.

ຜູ້ປະທ້ວງກ່າວຕື່ມວ່າ: ຢາກສິ້ນສຸດສະພາບການທີ່ເຄັ່ງຕຶງຢູ່ເຂດເອີຣົບ ກໍຕ້ອງຟື້ນຟູສາຍພົວພັນສັນຕິພາບແລະໄມຕີຈິດມິດຕະພາບລະຫວ່າງບັນດາປະເທດຢູ່ເອີຣົບ, ໂດຍສະເພາະແມ່ນສາຍພົວພັນລະຫວ່າງບັນດາປະເທດຢູ່ເອີຣົບກັບຣັດເຊຍ, ເຊິ່ງຕ້ອງການແກ້ໄຂໂດຍຜ່ານການເຈລະຈາທາງການທູດ ຫາກບໍ່ແມ່ນນຳໃຊ້ພາຫະນະທາງການທະຫານ. ຄົນທັງຫຼາຍລ້ວນແຕ່ບໍ່ຢາກເກີດສົງຄາມ, ຫາກແມ່ນຢາກໄດ້ການພັດທະນາ, ຢາກມີສັນຕິພາບ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດຊີ່ຈ້າງຈີນສະເຫຼີມສະຫຼອງວັນລະນຶກທາດກະສິກອນທີ່ເປັນລ້ານຄົນໄດ້ຮັບການປົດປ່ອຍຢ່າງຟົດຟື້ນ

123全文 3 下一页

Share this story on

Messenger Pinterest LinkedIn