ພາສາລາວ

ມົງໂກລີຈັດພິທີເປີດນຳໃຊ້ດ່ານພາສີທີ່ຈີນຊ່ວຍກໍ່ສ້າງຢູ່ເມືອງຈາມິນອູດ

CRI2024-03-25 15:45:04
Share
Share this with Close
Messenger Pinterest LinkedIn

ວັນທີ 24 ມີນານີ້, ລັດຖະບານມົງໂກລີໄດ້ຈັດພິທີເປີດນຳໃຊ້ດ່ານພາສີທາງຫຼວງຈາມິນອູດທີ່ຈີນຊ່ວຍກໍ່ສ້າງຢູ່ເມືອງຈາມິນອູດ ເຊິ່ງເປັນເມືອງຊາຍແດນພາກໃຕ້ຂອງມົງໂກລີ. ທ່ານລົບຊານນຳສະຣາຍ ໂອຢູນ-ເອີເດີນ ນາຍົກລັດຖະມົນຕີມົງໂກລີ ແລະ ທ່ານນາງເສີນໝິນຈ່ວນເອກອັກຄະລັກຖະທູດຈີນປະຈຳມົງໂກລີໄດ້ເຂົ້າຮ່ວມພິທີ ແລະ ກ່າວຄຳປາໄສ.

ທ່ານລົບຊານນຳສະຣາຍ ໂອຢູນ-ເອີເດີນກ່າວວ່າ: ດ່ານພາສີຈາມິນອູດເປັນດ່ານການຄ້າຕົ້ນຕໍຂອງປະເທດມົງໂກລີ, ສະແດງຄວາມຂອບໃຈຕໍ່ປະເທດຈີນທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຊ່ວຍກໍ່ສ້າງດ່ານພາສີ່ທີ່ເປັນມາດຖານສາກົນແຫ່ງນີ້, ເຊິ່ງຈະເຮັດໃຫ້ຄວາມສາມາດຜ່ານດ່ານຂອງການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານເພີ່ມຂຶ້ນ 5 ເທົ່າ.

ທ່ານນາງເສີນໝິນຈ່ວນກ່າວວ່າ: ພື້ນຖານໂຄງລ່າງດ່ານພາສີຈາມິນອູດທີ່ຈີນຊ່ວຍກໍ່ສ້າງໄດ້ເລີ່ມນຳໃຊ້ຈະຊ່ວຍຍົກສູງຄວາມສາມາດຜ່ານດ່ານຂອງການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານຂອງດ່ານພາສີຫຼາຍຂຶ້ນ. ຈີນຍິນດີຮ່ວມກັນທຳຄວາມພະຍາຍາມກັບມົງໂກລີ, ປັບປຸງພື້ນຖານໂຄງລ່າງດ່ານພາສີຕ່າງໆຢ່າງຕໍ່ເນື່ອງ, ເຜີຍແຜ່ຮູບການຂົນສົ່ງແບບໃໝ່ແລະ ເລີ່ມເປີດການທ່ອງທ່ຽວຂ້າມຊາດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກກອນຈີນຂຸ້ນຂ້ຽວລົງມືທຳການຜະລິດໃນລະດູບານໃໝ່

123全文 3 下一页

Share this story on

Messenger Pinterest LinkedIn