ພາສາລາວ

ຈີນກັບອົສຕຣາລີຈັດການເຈລະຈາດ້ານການຕ່າງປະເທດກັບຍຸດທະສາດຮອບທີ 7

cri2024-03-21 15:21:22
Share
Share this with Close
Messenger Pinterest LinkedIn

ວັນທີ 20 ມີນານີ້, ທ່ານວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີກະຊວງການຕ່າງປະເທດຈີນ ແລະທ່ານນາງເພນນີ ວອງ ລັດຖະມົນຕີກະຊວງການຕ່າງປະເທດອົສຕຣາລີ ໄດ້ຈັດການເຈລະຈາດ້ານການຕ່າງປະເທດກັບຍຸດທະສາດຈີນ-ອົສຕຣາລີຮອບທີ 7 ຢູ່ນະຄອນຫຼວງແຄນເບີຣາ.

ທ່ານວາງຢີ້ກ່າວວ່າ: ຈີນກັບອົສຕຣາລີ ຄວນຮ່ວມກັນສ້າງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ສຸກງອມໝັ້ນຄົງກວ່າເກົ່າ ແລະມີໝາກຜົນຫຼາຍກວ່າເກົ່າ ບົນພື້ນຖານທ່ວງທ່າທີ່ດີງາມແຫ່ງການພົວພັນສອງຝ່າຍທີ່ມີຢູ່ໃນປັດຈຸບັນ. ຍິນດີຮ່ວມກັບອົສຕຣາລີລົງເລິກຂຸດຄົ້ນກຳລັງແຮງບົ່ມຊ້ອນແຫ່ງການຮ່ວມມືໃນຂົງເຂດຕ່າງໆ, ເຊັ່ນ: ພະລັງງານໃໝ່, ເສດຖະກິດດີຈີຕອນແລະອື່ນໆ.

ທ່ານນາງເພນນີ ວອງ ກ່າວວ່າ: ອົສຕຣາລີຍິນດີເພີ່ມທະວີການສົນທະນາແລະການແລກປ່ຽນກັບຈີນຕື່ມອີກ, ລົງເລິກການຮ່ວມມືໃນຂົງເຂດເສດຖະກິດການຄ້າ, ວັດທະນະທຳແລະອື່ນໆຢ່າງບໍ່ຢຸດຢັ້ງ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງອົສຕຣາລີກັບຈີນຂະຫຍາຍຕົວຢ່າງໝັ້ນທ່ຽງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກກອນຈີນຂຸ້ນຂ້ຽວລົງມືທຳການຜະລິດໃນລະດູບານໃໝ່

ຊາວກະສິກອນຈີນເລັ່ງລັດເຮັດວຽກໄຮ່ການນາໃນລະດູໃບໄມ້ປົ່ງ

123全文 3 下一页

Share this story on

Messenger Pinterest LinkedIn